ສະເພາະຢູ່ຮ່າໂນ້ຍ ມີຜູ້ຕິດເຊື້ອໂຄວິດ-19 ຈຳນວນ 1.646 ຄົນ.  ເປັນອັນວ່າ ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດ 1.588.335  ຄົນ

ວັນທີ 22 ທັນວາ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ຈຳນວນ  13.394 ຄົນ ໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີຂຶ້ນເປັນ 1.173.484  ຄົນ. ໃນວັນດຽວກັນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອຖືກເສຍຊີວິດ 210 ຄົນ.

ໄລ່ຮອດຕອນແລງວັນທີ 22 ທັນວາ, ຫວຽດນາມ ສັກວັກຊິນກັນໂຄວິດ-19 ໄດ້ຫຼາຍກວ່າ 141 ລ້ານໂດສ. ປະຈຸບັນອັດຕາການສັກວັກຊິນຢ່າງໜ້ອຍ 1 ເຂັມ ແມ່ນ 97% ແລະ ອັດຕາການສັກວັກຊິນ 2 ເຂັມແມ່ນ 84,3%  ຈຳນວນປະຊາກອນໄວ 18 ປີຂຶ້ນໄປ.

ແຫຼ່ງຄັດຈາກ: vovworld.vn