ເບິ່ງແຍງດູແລ, ໜູນຊ່ວຍສະມາຊິກກໍາມະບານ ແລະຜູ້ອອກແຮງງານເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ
ກປ.ອອນໄລ - ວັນທີ 2 ທັນວາ, ທີ່ກອງປະຊຸມສະໜອງຂໍ້ມູນກ່ຽວກັບສະພາບການພະນັກງານ, ລັດຖະກອນ, ຜູ້ອອກແຮງງານ ແລະການເຄື່ອນໄຫວກໍາມະບານ, ສະຫະພັນແຮງງານຫວຽດນາມ ແຈ້ງໃຫ້ຮູ້ວ່າ: ຄະນະປະທານສະຫະພັນແຮງງານຫວຽດນາມ ໄດ້ປະກາດໃຊ້ແຜນການຈັດຕັ້ງການເຄື່ອນໄຫວເບິ່ງແຍງດູແລຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈໃຫ້ສະມາຊິກກໍາມະບານ ແລະຜູ້ອອກແຮງງານເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ປີຂານ 2022.
    |
 |
ຜູ້ອອກແຮງງານຫໍ່ເຂົ້າຕົ້ມ. ພາບ: dangcongsan.vn. |
ຕາມທິດນໍາ “ສະມາຊິກກຳມະບານ ແລະຜູ້ອອກແຮງງານທັງໝົດລ້ວນແຕ່ມີເຕັດ”, ແລະຫົວຂໍ້ “ເຕັດເຕົ້າໂຮມກັນ-ລະດູບານໃໝ່ແຫ່ງຄວາມສະຫງົບສຸກ”, ສະຫະພັນແຮງງານຫວຽດນາມ ຮຽກຮ້ອງ: ກໍາມະບານຮຽກຖານ, ຂັ້ນເທິງຈັດຕັ້ງ ບັນດາຮູບການເບິ່ງແຍງ ດຸແລ, ໜູນຊ່ວຍສະມາຊິກກໍາມະບານ ແລະຜູ້ອອກແຮງງານຢູ່ບັນດາວິສາຫະກິດ, ເຂດອຸດສາຫະກໍາ, ເຂດຜະລິດສົ່ງອອກ, ເຂດເສດຖະກິດຢ່າງມີໄຫວພິບ, ດ້ວຍຫຼາຍຮູບຫຼາຍແບບ. ໃນນັ້ນ, ບູລິມະສິດສະມາຊິກກໍາມະບານ ແລະຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ, ຖືກຮັບຜົນສະທ້ອນຈາກ ພະຍາດໂຄວິດ-19, ຖືກອຸບັດຕິເຫດແຮງງານ, ພະຍາດອາຊີບ... ໄພທໍາມະຊາດ, ພາຍຸນໍ້າຖ້ວມ ແລະບັນດາຄົນໃນຄອບຄົວນະໂຍບາຍ ຫຼື ບໍ່ມີເງື່ອນໄຂກັບເມືອບ້ານໃນໂອກາດບຸນປີໃໝ່ປະຈໍາຊາດມາຫຼາຍປີແລ້ວ...
ໂດຍ: ເກື່ອງດັ້ງ