ຕາມທ່ານ ເຈິ່ນແທັງຫາຍ ຮອງຫົວໜ້າກົມນໍາເຂົ້າ-ສ່ົງອອກ (ກະຊວງອຸດສາຫະກໍາ-ການຄ້າຫວຽດນາມ) ແລ້ວ,  ວົງເງິນການຄ້ານໍາເຂົ້າ-ສ່ົງອອກອາດຈະບັນລຸ 640-645 ຕື້ໂດລາສະຫະລັດ ໃນປີນີ້. ບັນດາຂະແໜງການທີ່ມີທ່າແຮງ, ຄື: ໂທລະສັບ, ເຄື່ອງເອເລັກໂຕນິກ, ເຄື່ອງຈັກ, ເຄື່ອງອາໄຫຼ່... ປີນີ້ກໍ່ຈະບັນລຸການເຕີບໂຕສົ່ງອອກປະມານ 15-25%. ເລື່ອງຄັ້ງທໍາອິດທີ່ວົງເງິນນໍາເຂົ້າ-ສົ່ງອອກອາດຈະລື່ນກາຍເປົ້າໝາຍ 600 ຕື້ໂດລາສະຫະລັດແມ່ນສິ່ງທີ່ມີຄວາມໝາຍເມື່ອປີນີ້ວິສາຫະກິດໄດ້ຮັບຜົນກະທົບຢ່າງຮ້າຍແຮງແບບບໍ່ເຄີຍມີມາກ່ອນຂອງພະຍາດ.

leftcenterrightdel
ພາບປະກອບຄັດຈາກ: congthuong.vn

ຕາມການສະຖິຕິແລ້ວ, ດັດຊະນີການຜະລິດອຸດສາຫະກໍາໄດ້ເພີ່ມຂຶ້ນຄືນໃໝ່, ຮັດແຄບໄລຍະຫ່າງດ້ວຍລະດັບບັນລຸໄດ້ໃນໄລຍະດຽວກັນປີ 2020. ເດືອນ ຕຸລາ, ດັດຊະນີການຜະລິດອຸດສາຫະກໍາເພີ່ມຂຶ້ນເກືອບ 7% ເມື່ອທຽບໃສ່ເດືອນ ກັນຍາ. ການຟື້ນຟູນີ້ສ່ວນຫຼາຍແມ່ນອີງໃສ່ການຜະລິດຢູ່ນະຄອນໂຮ່ຈີມິນ ແລະບັນດາສູນອຸດສາຫະກໍາເຂດໃກ້ຄຽງໄດ້ຮັບການຟື້ນຟູ, ໃບສັ່ງສິນຄ້າສົ່ງອອກເພີ່ມຂຶ້ນ.

ໂດຍ: ເກື່ອງດັ້ງ