ສັງລວມແລ້ວການເສຍຊີວິດເພີ່ມຂຶ້ນຫຼາຍໃນເດືອນຕຸລາ ແລະໃນເດືອນພະຈິກນີ້ຊຶ່ງປະຈຸບັນມີຜູ້ເສຍຊີວິດສະສົມທັງໝົດຮອດວັນທີ 16 ພະຈິກ ເຖິງ 110 ຄົນ, ໃນນັ້ນ 83% (= 91 ຄົນ) ຂອງຜູ້ເສຍຊີວິດທັງໝົດລ້ວນມີພະຍາດປະຈໍາຕົວເຊັ່ນພະຍາດເບົາຫວານ, ຄວາມດັນເລືອດສູງ ຫຼື ໄຂ່ຫຼັງຊຸດໂຊມ ຫຼື ມີບັນຫາທາງດ້ານສຸຂະພາບຈິດ ເປັນຕົ້ນ.

leftcenterrightdel
ລາວກວດພົບຜູ້ຕິດເຊື້ອໃໝ່ 1.401 ຄົນ. ພາບ: laoedaily.com.la

ເມື່ອວິໄຈເຖິງປະຫວັດການສັກວັກຊິນພົບວ່າ ໃນຈໍານວນຄົນເສຍຊີວິດທັງໝົດບໍ່ໄດ້ສັກວັກຊິນມີປະມານ 59% (ເທົ່າກັບ 52 ຄົນ), ໄດ້ສັກເຂັມ 1 ມີແຕ່ 5 ຄົນ (ເທົ່າກັບ 5.7%) ແລະ ໄດ້ສັກຄົບເຂັມແນະນໍາ 35% (31 ຄົນ) ແຕ່ສ່ວນໃຫຍ່ພັດມີພະຍາດປະຈໍາຕົວທັງໝົດ. ຄົນເຈັບທີ່ເສຍຊີວິດສ່ວນໃຫຍ່ອາຍຸເກີນ 60 ປີໄປແລ້ວ. ຕົວເລກນີ້ໄດ້ສະແດງໃຫ້ເຫັນວ່າ ຜູ້ເຄາະຮ້າຍທີ່ເສຍຊີວິດຍ້ອຍພະຍາດໂຄວິດ-19 ສ່ວນຫຼາຍແມ່ນຜູ້ສູງອາຍຸເກີນ 60 ປີ ແລະ ຜູ້ທີ່ມີພະຍາດປະຈໍາຕົວ.

ແຫຼ່ງຄັດຈາກ: laoedaily.com.la