ສະພາບຕົວຈິງໄດ້ສະແດງໃຫ້ເຫັນວ່າ ເຖິງວ່າມີກາລະໂອກາດຫຼາຍກໍ່ຕາມ, ແຕ່ຈຳນວນວິສາຫະກິດຫວຽດນາມ ທີ່ເຂົ້າຮ່ວມລະບົບຕ່ອງໂສ້ສະໜອງທົ່ວໂລກຍັງມີໜ້ອຍທີ່ສຸດ, ຮຽກຮ້ອງຕ້ອງມີບັນດາມາດຕະການຢ່າງຄົບຊຸດ ແລະຂ້ຽວຂາດ.
ຂະບວນການສ້າງໂຄງປະກອບລະບົບຕ່ອງໂສ້ສະໜອງທົ່ວໂລກຄືນໃໝ່ພ້ອມກັບທ່າອ່ຽງຫັນປ່ຽນການລົງທຶນພວມສ້າງກາລະໂອກາດຫຼາຍໃຫ້ຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ເພື່ອຍາດແຍ່ງເອົາໂອກາດນີ້, ວິສາຫະກິດພາຍໃນປະເທດຕ້ອງມີກໍາລັງຄວາມສາມາດເຂົ້າຮ່ວມລະບົບມູນຄ່າຢ່າງເລິກເຊິ່ງ, ພິເສດແມ່ນລະບົບຕ່ອງໂສ້ທີ່ມີປະລິມານເຕັກໂນໂລຢີສູງ ແລະມີມູນຄ່າເພີ່ມສູງ.
ທ່ານ ໂຮ່ສີຮຸ່ງ ປະທານ VCCI ເນັ້ນໜັກວ່າ ບໍ່ວ່າວິສາຫະກິດໃດຢາກພັດທະນາແບບຍືນຍົງ ແລະມີຄວາມຜູກພັນອັນຍາວນານກັບຕະຫຼາດລ້ວນແຕ່ຕ້ອງເຂົ້າຮ່ວມໃນລະບົບຕ່ອງໂສ້ສະໜອງທົ່ວໂລກ. ເລື່ອງວິສາຫະກິດຫວຽດນາມ ເປັນເຈົ້າການເຂົ້າຮ່ວມໃນລະບົບຕ່ອງໂສ້ສະໜອງທົ່ວໂລກບໍ່ພຽງແຕ່ສະແດງໃຫ້ເຫັນກໍາລັງຄວາມສາມາດເຊື່ອມໂຍງເທົ່ານັ້ນ, ຫາກຍັງຊ່ວຍຍົກສູງມູນຄ່າເພີ່ມ, ສ້າງພື້ນຖານເສດຖະກິດຢ່າງໝັ້ນຄົງໃນໄລຍະຍາວ.
ທ່ານ ໂຮ່ສີຮຸ່ງ ປະທານ VCCI ຊີ້ແຈ້ງວ່າ: “ມະຕິຂອງພັກໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການຊຸກຍູ້ ແລະໜູນຊ່ວຍວິສາຫະກິດເຂົ້າຮ່ວມລະບົບຕ່ອງໂສ້ສະໜອງທົ່ວໂລກຢ່າງເລິກເຊິ່ງກວ່າອີກ. ປີ 2026 ແມ່ນມີຄວາມໝາຍສຳຄັນພິເສດ, ເປັນຂີດໝາຍຈຸດເລີ່ມຕົ້ນໃຫ້ແກ່ໄລຍະພັດທະນາໃໝ່ຂອງຫວຽດນາມ, ດ້ວຍຄວາມຫວັງ ແລະເປົ້າໝາຍເຕີບໂຕຢ່າງໄວ, ມຸ່ງໄປເຖິງການເຕີບໂຕສອງຕົວເລກໃນຂົງເຂດຫຼັກແຫຼ່ງ, ມີມູນຄ່າເພີ່ມສູງ. ໃນສະພາບການນັ້ນ, ການປຸກລຸກ ແລະສືບຕໍ່ຊຸກຍູ້ບັນດາວິສາຫະກິດສະໜອງຂອງຫວຽດນາມ ເຂົ້າຮ່ວມລະບົບມູນຄ່າທົ່ວໂລກ, ພິເສດແມ່ນລະບົບຕ່ອງໂສ້ສະໜອງທີ່ມີປະລິມານເຕັກໂນໂລຢີສູງ, ພວມນັບມື້ນັບຮີບດ່ວນ ແລະມີຄວາມໝາຍຍຸດທະສາດ”.
ປີ 2026 ຖືວ່າແມ່ນຂີດໝາຍສຳຄັນ, ເປີດໄລຍະພັດທະນາໃໝ່ດ້ວຍຄວາມຫວັງການເຕີບໂຕໄວ ແລະຍືນຍົງ. ເຖິງຢ່າງໃດກໍ່ຕາມ, ຕາມຂໍ້ມູນຂອງກົມສະຖິຕິ (ກະຊວງການເງິນຫວຽດນາມ), ປະຈຸບັນ ຫວຽດນາມ ມີວິສາຫະກິດປະມານ 5.000 ແຫ່ງ ເຂົ້າຮ່ວມລະບົບຕ່ອງໂສ້ສະໜອງທົ່ວໂລກ, ກວມເອົາປະມານ 0,5% ຂອງຈຳນວນວິສາຫະກິດທີ່ພວມມີການເຄື່ອນໄຫວເກືອບ 1 ລ້ານແຫ່ງ. ຕົວເລກດັ່ງກ່າວໄດ້ສະແດງໃຫ້ເຫັນວ່າຍັງມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການພັດທະນາ, ພ້ອມທັງວາງຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຕ້ອງຍົກສູງກໍາລັງຄວາມສາມາດຂອງວິສາຫະກິດພາຍໃນປະເທດ.
ຕາມບັນດານັກຊ່ຽວຊານແລ້ວ, ເພື່ອໃຫ້ວິສາຫະກິດພາຍໃນປະເທດເຂົ້າຮ່ວມລະບົບຕ່ອງໂສ້ສະໜອງທົ່ວໂລກຢ່າງເລິກເຊິ່ງກວ່າອີກ, ຄວນສ້າງຕະຫຼາດໃຫ້ຜະລິດຕະພັນທຳອິດທີ່ວິສາຫະກິດພາຍໃນປະເທດຜະລິດ, ພ້ອມທັງມີກົນໄກທຶນຮອນ ແລະເຕັກໂນໂລຢີທີ່ເຂັ້ມແຂງ, ຊຸກຍູ້ການແຜ່ຂະຫຍາຍຈາກຂົງເຂດ FDI ໄປສູ່ວິສາຫະກິດພາຍໃນປະເທດຢ່າງແທດຈິງ.
ທ່ານ ຟ້າມວັນກວນ, ຮອງຫົວໜ້າກົມອຸດສາຫະກຳ, ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ຈະສຸມໃສ່ປະຕິບັດບັນດາໜ້າທີ່ສຳຄັນນັ້ນແມ່ນສ້າງລະບອບລະບຽບການໃຫ້ສົມບູນແບບ ເພື່ອສ້າງຕະຫຼາດໃຫ້ວິສາຫະກິດພາຍໃນປະເທດ, ພ້ອມກັບຍູ້ແຮງການພັດທະນາຂະແໜງອຸດສາຫະກຳຈຸດສຸມ ແລະອຸດສາຫະກຳໜູນຊ່ວຍ. ການດຶງດູດ FDI ກໍ່ໄດ້ຕິດພັນກັບຄວາມຮຽກຮ້ອງຕ້ອງການຍົກສູງສະມັດຕະພາບແຮງງານ, ເພີ່ມປະລິມານວິທະຍາສາດ-ເຕັກໂນໂລຢີ ແລະມູນຄ່າເພີ່ມພາຍໃນປະເທດ, ຜ່ານນັ້ນຄ່ອຍໆຍົກສູງທີ່ຕັ້ງວິສາຫະກິດຫວຽດນາມ ໃນລະບົບມູນຄ່າຂອງພາກພື້ນ ແລະທົ່ວໂລກ.
ທ່ານ ຟ້າມວັນກວນ ເນັ້ນໜັກວ່າ "ພວກຂ້າພະເຈົ້າຫາກໍ່ໄດ້ເປີດສະຫຼອງສູນໜູນຊ່ວຍການພັດທະນາອຸດສາຫະກຳຢູ່ຮ່ວາລາກ, ສວມບົດບາດ “ໜູນຊ່ວຍ” ໃຫ້ວິສາຫະກິດຜະລິດບັນດາຜະລິດຕະພັນໃໝ່ ແລະນຳເອົາອອກສູ່ຕະຫຼາດ. ທາງສູນໄດ້ໜູນຊ່ວຍທຶນໃຫ້ແກ່ການຄົ້ນຄວ້າ, ທົດລອງເຄື່ອງຈັກການຜະລິດ ແລະເຊື່ອມຕໍ່ກາລະໂອກາດເຂົ້າຮ່ວມຕະຫຼາດພາຍໃນ ແລະຕ່າງປະເທດ. ວິສາຫະກິດທີ່ມີຄວາມຕ້ອງການສາມາດສະເໜີຜ່ານສູນ ເພື່ອໄດ້ຮັບການໜູນຊ່ວຍຈາກງົບປະມານລັດ.
ຄຽງຂ້າງນັ້ນ, ລັດຖະບານໄດ້ປະກາດໃຊ້ມະຕິເລກທີ 205 ວ່າດ້ວຍການພັດທະນາອຸດສາຫະກຳໜູນຊ່ວຍ, ໜຶ່ງໃນບັນດາເນື້ອໃນສຳຄັນແມ່ນວິສາຫະກິດ FDI, ເມື່ອໄດ້ຊົມໃຊ້ບັນດານະໂຍບາຍບຸລິມະສິດ, ຕ້ອງເພີ່ມທະວີການຮ່ວມສໍາພັນກັບວິສາຫະກິດຫວຽດນາມ, ມຸ່ງໄປເຖິງການບັນລຸອັດຕາທ້ອງຖິ່ນປະມານ 40%. ພວກຂ້າພະເຈົ້າພວມສືບຕໍ່ສະເໜີກົນໄກລະອຽດ ແລະຄວາມຫວັງວ່າຈະໄດ້ຮັບການອະນຸມັດຜ່ານໂດຍໄວເພື່ອຜັນຂະຫຍາຍຢ່າງມີປະສິດທິຜົນ”.
ການເຂົ້າຮ່ວມລະບົບຕ່ອງໂສ້ສະໜອງທົ່ວໂລກຢ່າງເລິກເຊິ່ງບໍ່ແມ່ນທາງເລືອກອີກແລ້ວ, ແຕ່ແມ່ນເສັ້ນທາງທີ່ສຳຄັນ ແລະຈຳເປັນເພື່ອໃຫ້ວິສາຫະກິດຫວຽດນາມເພີ່ມມູນຄ່າ. ແຕ່ວ່າກາລະໂອກາດທີ່ເປັນທ່າໄດ້ປຽບຢ່າງແທ້ຈິງນັ້ນແມ່ນຕ້ອງໄປຄຽງຄູ່ກັບການປະຕິຮູບລະບອບລະບຽບການ, ການໜູນຊ່ວຍຢ່າງແທດຈິງ ແລະເປັນເຈົ້າການຫັນປ່ຽນຂອງວິສາຫະກິດ. ເມື່ອລັດສ້າງສະພາບແວດລ້ອມທີ່ສະດວກ, ອົງການຈັດຕັ້ງຮ່ວມເດີນທາງຢ່າງມີປະສິດທິຜົນ ແລະວິສາຫະກິດກ້າລົງທຶນໃສ່ກໍາລັງຄວາມສາມາດຫຼັກແຫຼ່ງ, ຫວຽດນາມ ສາມາດບືນຕົວຂຶ້ນສູ່ມູນຄ່າທີ່ສູງກວ່າໃນລະບົບຕ່ອງໂສ້ສະໜອງທົ່ວໂລກຢ່າງສົມບູນ.
ໂດຍ: ເຈິ່ນຮວ່ຽນ