ວັດຖຸອຸປະກອນປ້ອງກັນ, ຕ້ານພະຍາດໂຄວິດ-19 ໂດຍ Viettel ສາຂາ ດັ໊ກລັກ ມອບໃຫ້ແຂວງດັ໊ກລັກ 4 ລະບົບຍ່ອຍເພື່ອຮັບໃຊ້ໃນວຽກງານຄຸ້ມຄອງການແຈ້ງອາການສຸຂະພາບ, ຄຸ້ມຄອງການສັກວັກຊິນໂຄວິດ-19, ກອງປະຊຸມໂທລະພາບ ແລະບົ່ງມະຕິພະຍາດທາງໄກໃນການປິ່ນປົວຜູ້ຕິດເຊື້ອໜັກ.

leftcenterrightdel
Viettel ສາຂາ ດັ໊ກລັກ ມອບເປັນສັນຍາລັກວັດຖຸອຸປະກອນປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ພະແນກສາທາລະນະສຸກດັ໊ກລັກ. ພາບ: ບີ່ງດິ້ງ.

ເປັນທີ່ຮູ້ຈັກແລ້ວວ່າ, ບ້ວງເງິນໜູນຊ່ວຍນີ້ລວມຍອດມູນຄ່າເກືອບ 16 ຕື້ດົ່ງໂດຍກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບມອບໃຫ້ 63 ແຂວງ, ນະຄອນໃນທົ່ວປະເທດເພື່ອຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19. ນອກຈາກບ້ວງເງິນໜູນຊ່ວຍດັ່ງກ່າວ, ຕໍ່ໜ້າການຜັນແປຢ່າງສັບສົນຂອງພະຍາດໂຄວິດ-19, ໃນໄລຍະຜ່ານມາ Viettel ສາຂາ ດັ໊ກລັກ ໄດ້ຕັ້ງໜ້າຮ່ວມແຮງຮ່ວມໃຈພ້ອມກັບອໍານາດການປົກຄອງທ້ອງຖິ່ນໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ຄື, ມອບຊຸດກັນພະຍາດ 260 ຊຸດ, ຜ້າອັດປາກ-ດັງ 150 ກັບ, ຖົງມືການແພດ 30 ກັບ, ນໍ້າຢາຂ້າເຊື້ອ 36 ຂວດ... ລວມຍອດມູນຄ່າເກືອບ 50 ລ້ານດົ່ງ.

ໂດຍ: ກວຽດເຕີມ