ນັກຂ່າວ: ສໍາລັບແຂວງພູດອຍຄືຢາລາຍ, ເມື່ອເຂົ້າສູ່ຕະຫຼາດ, Viettel ສາຂາຢາລາຍ ປະສົບກັບຄວາມຫຍຸ້ງຍາກຫຍັງແດ່, ຮຽນສະຫາຍ?
|
|
ທ່ານພັນເອກ ເຈິ່ນວັນທວນ. ພາບ: ຫງວຽນແອງເຊີນ |
ທ່ານພັນເອກ ເຈິ່ນວັນທວນ: ເວົ້າເຖິງຄວາມຫຍຸ້ງຍາກແມ່ນມີຫຼາຍ, ແຕ່ຈຸດທີ່ເຫັນໄດ້ຢ່າງງ່າຍທີ່ສຸດແມ່ນແຂວງຢາລາຍ ມີເນື້ອທີ່ໃຫຍ່ອັນດັບທີສອງຂອງປະເທດ; ພູມີປະເທດແມ່ນພູຜາປ່າດົງມີເສັ້ນຊາຍແດນຕິດກັບປະເທດກຳປູເຈຍ ເກືອບ 90 ກິໂລແມັດ. ແຂວງຢາລາຍ ມີ 34 ຊົນເຜົ່າດໍາລົງຊີວິດຢູ່ຮ່ວມກັນ, ໃນນັ້ນ, ຊົນເຜົ່າສ່ວນໜ້ອຍກວມເອົາຫຼາຍກວ່າ 44%; ຫຼາຍບ້ານແມ່ນຢູ່ເຂດຫ່າງໄກສອກຫຼີກ, ລະດັບການສຶກສາຕໍ່າ ແລະພື້ນຖານໂຄງລ່າງເສດຖະກິດ-ສັງຄົມ ຍັງຫຼ້າຫຼັງ. ສິ່ງດັ່ງກ່າວເຮັດໃຫ້ Viettel ສາຂາຢາລາຍ ປະສົບກັບຄວາມຫຍຸ້ງຍາກໃນການກໍ່ສ້າງພື້ນຖານໂຄງລ່າງເຄືອຂ່າຍ, ຄັດເລືອກ, ກໍ່ສ້າງແຫຼ່ງບຸກຄະລາກອນ, ພັດທະນາການບໍລິການ ...
ນັກຂ່າວ: ດັ່ງນັ້ນ Viettel ສາຂາຢາລາຍ ໄດ້ແກ້ໄຂຄວາມຫຍຸ້ງຍາກດ້ານພື້ນຖານໂຄງລ່າງ, ບຸກຄະລາກອນ, ການບໍລິການຄືແນວໃດ?
ທ່ານພັນເອກ ເຈິ່ນວັນທວນ: Viettel ສາຂາຢາລາຍ ໄດ້ຮັບຮູ້ຢ່າງເລິກເຊິ່ງວ່າ ການນໍາເອົາພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະເຕັກໂນໂລຢີຂໍ້ມູນຂ່າວສານໄປສູ່ເຂດຫ່າງໄກສອກຫຼີກ, ເຂດຊາຍແດນຂອງແຂວງຢາລາຍ ບໍ່ພຽງແຕ່ເປັນການປະກອບສ່ວນຍົກສູງລະດັບຄວາມຮູ້ຂອງປະຊາຊົນ, ການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນເທົ່ານັ້ນ, ຫາກຍັງເປັນການປັບປຸງ, ເພີ່ມທະວີກຳລັງແຮງບົ່ມຊ້ອນດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນບໍລິເວນອີກດ້ວຍ. ເພາະສະນັ້ນ, Viettel ສາຂາຢາລາຍ ຈຶ່ງໄດ້ເສີມຂະຫຍາຍຄຸນນະທາດຂອງທະຫານລຸງໂຮ່ ໃນແນວໂຮມເສດຖະກິດ, ຢຶດໝັ້ນ, ປະດິດຄິດສ້າງປະຕິບັດຍຸດທະສາດ “ພື້ນຖານໂຄງລ່າງຕ້ອງມາກ່ອນ, ດໍາເນີນທຸລະກິດຕາມຫຼັງ”. ກໍ່ສ້າງ, ບໍາລຸງ, ຝຶກອົບຮົມຖັນແຖວພະນັກງານ, ພາລະກອນ. ຜັນຂະຫຍາຍຜະລິດຕະພັນການບໍລິການຕາມຄວາມຕ້ອງການ ແລະຄວາມລື້ງເຄີຍການຊົມໃຊ້ສໍາລັບແຕ່ລະກຸ່ມລູກຄ້າດ້ວຍຄໍາຂວັນທີ່ວ່າ “ຖືລູກຄ້າເປັນໃຈກາງ”...
ນັກຂ່າວ: ອໍານາດການປົກຄອງທ້ອງຖິ່ນ ແລະປະຊາຄົມວິສາຫະກິດຢູ່ແຂວງຢາລາຍ ລ້ວນແຕ່ຕີລາຄາວ່າ “Viettel ສາຂາຢາລາຍ ໄດ້ມີບາດກ້າວການພັດທະນາທີ່ໜ້າປະທັບໃຈໃນຊຸມປີມໍ່ໆມານີ້”, ທ່ານມີຂໍ້ສັງເກດຄືແນວໃດກ່ຽວກັບການຕີລາຄານີ້?
ທ່ານພັນເອກ ເຈິ່ນວັນທວນ: ການຕີລາຄາດັ່ງກ່າວກໍ່ບໍ່ໂຫຼດຜົນເກີນໄປສໍາລັບຜົນສໍາເລັດທີ່ Viettel ສາຂາຢາລາຍ ບັນລຸໄດ້. ຈາກເບື້ອງຕົ້ນທີ່ມີສະຖານີກະຈາຍສັນຍາຍໂທລະສັບມືຖືພຽງແຕ່ 3 ແຫ່ງປົກຄຸມພື້ນທີ່ຕົວເມືອງ Pleiku ບໍ່ຮອດ 5%, ພາຍຫຼັງ 17 ປີ, Viettel ສາຂາຢາລາຍ ໄດ້ສ້າງພື້ນຖານໂຄງລ່າງເຄືອຂ່າຍທີ່ກວ້າງຂວາງເຖິງ 100% ໃນຕາແສງ, ເມືອງ, ເທດສະບານເມືອງ; ກະຈາຍສັນຍານ 3G, 4G ໄດ້ຫຼາຍກ່ວາ 99% ຢູ່ໃນຕາແສງ, ເມືອງ, ເທດສະບານເມືອງດ້ວຍສະຖານີກະຈາຍສັນຍາຍຫຼາຍກວ່າ 1.160 ແຫ່ງ, ຄວາມໜາແໜ້ນປົກຄຸມແມ່ນ 99% ຂອງພື້ນທີ່ທີ່ມີປະຊາຊົນຢູ່ອາໄສໃນແຂວງຢາລາຍ ແລະ 100% ຂອງຄ້າຍທະຫານຊາຍແດນ...
Viettel ສາຂາຢາລາຍ ເປັນບໍລິສັດດໍາເນີນທຸລະກິດທີ່ມີສ່ວນແບ່ງຕະຫຼາດໃຫຍ່ທີ່ສຸດຢູ່ໃນແຂວງ. Viettel ສາຂາຢາລາຍ ກໍ່ນໍາເອົາທະນາຄານດີຈີຕອນ ViettelPay ມາໃຫ້ປະຊາຊົນຢູ່ເຂດຫ່າງໄກສອກຫຼີກທີ່ບໍ່ສາມາດໄປທະນາຄານໄດ້ຊົມໃຊ້ກັນ. ລາຍຮັບສະເລ່ຍຕໍ່ປີແມ່ນຫຼາຍກວ່າ 900 ຕື້ດົ່ງ; ປະກອບສ່ວນເຂົ້າງົບປະມານແຫ່ງລັດຫຼາຍກວ່າ 60 ຕື້ດົ່ງ/ປີ, ຮັບປະກັນລາຍຮັບໃຫ້ແກ່ຜູ້ອອກແຮງງານຫຼາຍກວ່າ 500 ຄົນ.
|
|
Viettel ສາຂາຢາລາຍ ມອບ-ຮັບສູນທົດລອງບໍລິຫານນະຄອນອັດສະລິຍະ Pleiku (ພາບຖ່າຍກ່ອນເດືອນເມສາ 2021). ພາບ: ຫງວຽນແອງເຊີນ. |
ພິເສດ, ນັບແຕ່ປີ 2018 ເປັນຕົ້ນມາ, Viettel ສາຂາຢາລາຍ ເລີ່ມຫັນປ່ຽນໄປສູ່ຂົງເຂດມາດຕະການເຕັກໂນໂລຢີຂໍ້ມູນຂ່າວສານດ້ວຍການພັດທະນາມາດຕະການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນຂົງເຂດ, ຄື: ສາທາລະນະສຸກ, ການສຶກສາ, ແລະການຄຸ້ມຄອງບໍລິຫານ. ເມື່ອບໍ່ດົນມານີ້, Viettel ສາຂາຢາລາຍ ໄດ້ຜັນຂະຫຍາຍທົດລອງສູນ IOC (ສູນບໍລິຫານນະຄອນອັດສະລິຍະ Pleiku)...
ນັກຂ່າວ: Viettel ສາຂາຢາລາຍ ມີການເຄື່ອນໄຫວໃດແດ່ທີ່ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບປັດຊະຍາ “ດໍາເນີນທຸລະກິດຕິດພັນກັບການເຄື່ອນໄຫວທາງສັງຄົມ” ຂອງກຸ່ມອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ, ຮຽນສະຫາຍ?
ທ່ານພັນເອກ ເຈິ່ນວັນທວນ: ໃນວິວັດການພັດທະນາ, Viettel ສາຂາຢາລາຍ ຍາມໃດກໍ່ໜູນຊ່ວຍທ້ອງຖິ່ນປະຕິບັດວຽກງານຮັບປະກັນຊີວິດສັງຄົມໄດ້ເປັນຢ່າງດີ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ປະຊາຊົນ. ບັນດາໂຄງການ: "ຊ່ວຍນ້ອງໄປໂຮງຮຽນ", "ກອງທັບຮ່ວມຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ"... ແລະເຄື່ອນໄຫວກິດຈະກຳກຸສົນຫຼາຍຢ່າງ, ລາຍການຕອບບຸນແທນຄຸນໄດ້ຮັບການຜັນຂະຫຍາຍຢ່າງຕໍ່ເນື່ອງ ແລະກວ້າງຂວາງ, ນໍາເອົາຄວາມເບີກບານມ່ວນຊື່ນມາໃຫ້ຄອບຄົວນະໂຍບາຍ, ຄອບຄົວທຸກຍາກນັບຫຼາຍພັນຄອບຄົວ...
ຕໍ່ໜ້າການຜັນແປຢ່າງສັບສົນຂອງພະຍາດໂຄວິດ-19, Viettel ສາຂາຢາລາຍ ໄດ້ຄຽງບ່າຄຽງໄຫຼ່, ຮ່ວມແຮງຮ່ວມໃຈກັບອຳນາດການປົກຄອງ ແລະກຳລັງແນວໜ້າໃນການຕໍ່ສູ້ຕ້ານໂລກລະບາດ; ໜູນຊ່ວຍແຂວງຢາລາຍ ຕິດຕັ້ງ ແລະເຄື່ອນໄຫວເຄື່ອງວັດແທກອຸນຫະພູມຮ່າງກາຍອັດຕະໂນມັດ 2 ໜ່ວຍຢູ່ສະໜາມບິນ Pleiku, ລະບົບວັດແທກອຸນຫະພູມອັດຕະໂນມັດຢູ່ໃນ 4 ເຂດຈໍາກັດແຍກປ່ຽວ ແລະກ້ອງວົງຈອນປິດຢູ່ໂຮງໝໍສະໜາມ, ລວມມູນຄ່າທັງໝົດຫຼາຍກວ່າ 700 ລ້ານດົ່ງ. Viettel ສາຂາຢາລາຍ ກໍ່ໄດ້ມອບອຸປະກອນການແພດ, ເຄື່ອງໃຊ້ທີ່ຈໍາເປັນຫຼາຍຢ່າງໃຫ້ທະຫານຊາຍແດນແຂວງຢາລາຍ ແລະສ້າງກິດຈະການກວດພະຍາດທາງໄກ...
ນັກຂາວ: ຂໍຂອບໃຈສະຫາຍຫຼາຍໆ!
ໂດຍ: ທະນາພອນ