ໃນເຂດຕົວເມືອງທີ່ຄັບແຄບນັ້ນ, ຄິດວ່າຄວາມປາດຖະໜາດັ່ງກ່າວພຽງແຕ່ປະກົດໃນຄວາມຝັນເທົ່ານັ້ນ. ແຕ່ໃນເກືອບສອງປີມານີ້, ພະນັກງານ ແລະພາລະກອນຂອງກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ພັດໄດ້ເຮັດວຽກໃນບັນຍາກາດຄືດັ່ງກ່າວ, ນັບແຕ່ເມື່ອເປີດນໍາໃຊ້ສໍານັກງານໃໝ່ຢູ່ເມືອງເກົ່າໄຢ, ຮ່າໂນ້ຍ.

leftcenterrightdel
ຕຶກອາຄານ Viettel ທີ່ບັນລຸມາດຕະຖານຂອງສະພາກິດຈະການຂຽວອາເມລິກາ. ພາບ: ເທືອງຟ້າມ

ຢູ່ຕຶກອາຄານ Viettel, ບ່ອນໃດກໍ່ເຫັນຕົ້ນໄມ້ຂຽວ ເທິງຫຼັງຄາ, ຢູ່ຕາມຂັ້ນໄດ... ຊໍ້າບໍ່ໜໍາຢູ່ໃນຊັ້ນວາງລົດກໍ່ມີ. ສັງເກດຈາກສູງລົງມາ, ກໍ່ເຫັນວ່າຕຶກອາຄານ ພົ້ນເດັ່ນດ້ວຍສີສົດໃສ ພ້ອມກັບສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະ ອີງຕາມໂລໂກຂອງ Viettel, ສະແດງໃຫ້ເຫັນຄວາມມຸ້ງມາດປາດຖະໜາຢາກພັດທະນາ ແລະຂະຫຍາຍຕົວ ແຕ່ລະຊັ້ນຂອງຕຶກອາຄານໄດ້ຮັບການອອກແບບດ້ວຍພາລະສະເພາະ. ເບິ່ງລວມແລ້ວການອອກແບບພາຍໃນອາຄານແມ່ນຕາມທ່າອ່ຽງເປີດ, ທັນສະໄໝ, ມີລັກສະນະເຊື່ອມຕໍ່ ແລະມີໄຫວພິບ, ເໝາະສົມກັບກຸ່ມບໍລິສັດເຕັກໂນໂລຢີທີ່ຂະຫຍັນຂັນເຄື່ອນ ແລະປະດິດສ້າງ.

ຂ້າພະເຈົ້າມີໂອກາດໄປຢ້ຽມຢາມຕຶກອາຄານ Viettel ໃນຕອນແລງ. ຈາກຫ້ອງປະຊຸມລາເວນເດີເບິ່ງອອກປະຕູແກ້ວ, ໃນຍາມສາຍັນເຫັນວ່າບັນຍາກາດຍາມຄືວ່າສວມງາມ ແລະດູດດື່ມກວ່າ. ສິ່ງພິເສດຢູ່ທີ່ນີ້ນັ້ນແມ່ນແຕ່ຫ້ອງປະຊຸມຢູ່ທີ່ນີ້ລ້ວນແຕ່ມີຊື່ຕົ້ນໄມ້ຊະນິດໜຶ່ງ. ຫ້ອງຕົ້ນໂອກ, ຕົ້ນແປກ... ແຕ່ລະຫ້ອງມີຮູບຊົງທີ່ແຕກຕ່າງກັນຄືດັ່ງພວມອວດຄວາມງາມໃນເຂດປ່າໄມ້ທີ່ຂຽວສົດໃສ. ຫ້ອງພະນັກງານ, ຫ້ອງພາລະກອນ, ຫ້ອງປະຊຸມ, ຫ້ອງໃດກໍ່ໄດ້ຮັບການປະດັບປະດາຢ່າງງາມຕາດ້ວຍບັນຍາກາດເປີດສາມາດເບິ່ງເຫັນທິວທັດທຳມະຊາດຢູ່ນອກໄດ້. ທຸກເຊົ້າ, ຫ້ອງໃດກໍ່ຮັບແສງສະຫວ່າງສ່ອງມາ, ເຮັດໃຫ້ພະນັກງານ, ພາລະກອນຢູ່ທີ່ນີ້ຮູ້ສຶກສະບາຍໃຈ ເພື່ອເຮັດວຽກ. ຢູ່ແຕ່ລະຊັ້ນລ້ວນແຕ່ມີສອງຫ້ອງເປີດ ເພື່ອຮັບເອົາສາຍລົມສົດໃສ ແລະຊົມຕົ້ນໄມ້, ດື່ມກາເຟບັນເທົາຄວາມດັນ, ຄວາມອິດເມື່ອຍຈາກການເຮັດວຽກ. ພະນັກງານ Viettel ຫຼາຍຄົນເວົ້າວ່າ ເຂົາເຈົ້າມີ “Happy time” ທີ່ໄດ້ຍ່າງບໍລິເວນຂຽວຢູ່ສໍານັກງານ.

“Happy time” ແມ່ນເວລາທີ່ພະນັກງານ, ພາລະກອນ Viettel ໄດ້ພັກຜ່ອນ 15 ນາທີ ເພື່ອຢ່ອນອາລົມ ຫຼືເຂົ້າຮ່ວມການລະຫຼິ້ນມ່ວນຊື່ນຢູ່ຫ້ອງການ. ນອກຈາກ “Happy time” ແລ້ວ, ທຸກວັນສຸກຢູ່ Viettel ທີ່ເອີ້ນວ່າ “Happy day”. ພະນັກງານ, ພາລະກອນ Viettel ລ້ວນແຕ່ໄດ້ຮັບເຕືອນວ່າຈົ່ງກັບບ້ານຖືກເວລາ ແລະສະຫງວນເວລາຫຼາຍກວ່າໃຫ້ແກ່ຄອບຄົວ.

ເຕັກໂນໂລຢີຂຽວ, ພະລັງງານຂຽວ ແລະປະຕິບັດບັນດາຂໍ້ກຳນົດກ່ຽວກັບປົກປັກຮັກສາສິ່ງແວດລ້ອມແມ່ນບັນດາປັດໃຈຕົ້ນຕໍເພື່ອກໍ່ສ້າງ ແລະນໍາໃຊ້ອາຄານ Viettel. ໃນນັ້ນ, ຈຸດເດັ່ນແມ່ນເຕັກໂນໂລຢີໝໍ້ແປງໄຟແຫ້ງ ເພື່ອຊ່ວຍ Viettel ຫຼຸດຜ່ອນມົນລະພິດສິ່ງແວດລ້ອມ ແລະຄວາມສ່ຽງໄຟໄໝ້. ພາຍຫຼັງເປີດນໍາໃຊ້, ສໍານັກງານຂອງ Viettel ກາຍເປັນຕຶກອາຄານທໍາອິດຢູ່ນະຄອນຫຼວງຮ່າໂນ້ຍ ບັນລຸໄດ້ມາດຕະຖານຂອງສະພາກິດຈະການຂຽວອາເມລິກາ. ໂດຍໄດ້ຮູ້ແລ້ວວ່າ 30% ເນື້ອທີ່ຂອງກິດຈະກຳແມ່ນສະຫງວນໃຫ້ແກ່ຕົ້ນໄມ້ ແລະໜອງນ້ຳ, ຮັບປະກັນຄຸນນະພາບຂອງອາກາດທັງພາຍໃນ ແລະພາຍນອກຕຶກອາຄານ. 70% ຂອງວັດສະດຸກໍ່ສ້າງໂຄງການລ້ວນແຕ່ສາມາດຜະລິດຄືນໃໝ່ໄດ້, ບໍ່ມີສານພິດ ແລະບໍ່ປ່ອຍສານພິດອອກນອກກິດຈະກຳ ...

ຫຼາຍຄົນຍັງເວົ້າວ່າ ພະນັກງານ, ພາລະກອນຫ້ອງການແມ່ນມີຄວາມດັນຫຼາຍ, ໂດຍສະເພາະແມ່ນຢູ່ໃນກຸ່ມບໍລິສັດເຕັກໂນໂລຢີແຖວໜ້າ ຄື Viettel ຄວາມດັນຍິ່ງຫຼາຍກວ່າອີກ. ແຕ່ໄດ້ເຮັດວຽກໃນສະຖາປັດຕະຍະກຳຂຽວ, ໄດ້ຮັບອາກາດສົດໃສ ແລະແສງຕາເວັນໃນທຸກເຊົ້າ... ແມ່ນໄດ້ ແລະພວມຊ່ວຍໃຫ້ພະນັກງານ, ພາລະກອນ Viettel ມີພະລັງຊີວິດຂຽວ ເພື່ອບໍາລຸງຄວາມເມົາມົວປະດິດຄິດສ້າງ ແລະບືນຕົວຂຶ້ນ.

ໂດຍ: ທະນາພອນ