ວັນທີ 20 ກໍລະກົດ, ທະນາຄານພັດທະນາອາຊີ (ADB) ປະກາດວ່າໄດ້ເຮັດສໍາເລັດຂໍ້ລິເລີ່ມໜູນຊ່ວຍເຕັກນິກພາກພື້ນທີ່ມີລັກສະນະນໍາໜ້າເພື່ອຊ່ວຍເພີ່ມທະວີກຳລັງຄວາມສາມາດຂອງລະບົບສາທາລະນະສຸກຢູ່ລາວ, ກໍາປູເຈຍ ແລະຫວຽດນາມ ເພື່ອຮັບມືກັບຄວາມສ່ຽງດ້ານການແພດຈາກການປ່ຽນແປງຂອງດິນຟ້າອາກາດ.

leftcenterrightdel
ທ່ານໝໍກວດພະຍາດໃຫ້ປະຊາຊົນຢູ່ເມືອງພູສູງ. ພາບ: Vietnam+.

ໂຄງການໄດ້ອະນຸມັດຜ່ານໃນປີ 2015 ດ້ວຍບ້ວງເງິນຊ່ວຍເຫຼືືອທີ່ມີມູນຄ່າ 4,4 ລ້ານໂດລາສະຫະລັດຈາກກອງທຶນພັດທະນາເອີລົບເໜືອ ແລະແຫຼ່ງທຶນຮັບມືຈາກລັດຖະບານສາມປະເທດ. ໂຄງການໄດ້ຊ່ວຍໃຫ້ສາມປະເທດຮັບຮອງເອົາແຜນການຮັບມືດ້ານສາທາລະນະສຸກລະດັບຊາດເພື່ອແກ້ໄຂຄວາມສ່ຽງກ່ຽວກັບສຸຂະພາບທີ່ກ່ຽວຂ້ອງເຖິງດິນຟ້າອາກາດ, ລວມມີ ແດດຮ້ອນ ແລະພະຍາດຕິດແປດ, ຄື: ໄຂ້ເລືອດອອກ, ໄຂ້ຍຸງ, ເຄັ່ງຕຶງຍ້ອນອຸນຫະພູມ ແລະພະຍາດອະຫິວາ.

ໂດຍສັງລວມແລ້ວ, ໂຄງການໄດ້ປະຕິບັດສໍາເລັດການຕີລາຄາລະອຽດກ່ຽວກັບລັກສະນະຄວາມສ່ຽງໄພສູງ ແລະຄວາມສາມາດຮັບມືໃຫ້ 14 ແຂວງທີ່ມີຄວາມສ່ຽງສູງຢູ່ ລາວ, ກໍາປູເຈຍ,  ຫວຽດນາມ ແລະບຳລຸງໃຫ້ພະນັກງານຂະແໜງສາທາລະນະສຸກສາມປະເທດກວ່າ 1.300 ຄົນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະຮັບມືດ້ານສາທາລະນະສຸກ. ພິເສດ, ໂຄງການໄດ້ປັບປຸງເລື່ອງເກັບກຳຂໍ້ມູນໃຫ້ລັດຖະບານປະເທດຕ່າງໆຢ່າງທັນການເພື່ອຕິດຕາມກວດກາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດທີ່ມີຕໍ່ສຸຂະພາບຂອງວົງຄະນະຍາດ, ອຸປະກອນຕ່າງໆ, ຄື: ພື້ນຖານຂໍ້ມູນຂ່າວສານ, ວິທີສໍາຜັດກັບຮູບແບບ ແລະແຜນທີ່ເຕັກນິກດີຈີຕອນ.

ໂດຍ: ເກື່ອງດັ້ງ