ນີ້ແມ່ນໜ້າທີ່ໂດຍນາຍົກລັດຖະມົນຕີ, ກະຊວງສາທາລະນະສຸກ, ກະຊວງຖະແຫຼ່ງຂ່າວ ແລະສື່ສານ, ຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ມອບໜ້າທ່ີໃຫ້ Viettel ປະຕິບັດຍຸດທະສາດສັກວັກຊິນໂຄວິດ-19 ໃນທົ່ວປະເທດຫວຽດນາມ. ຄາດວ່າ, ວັນທີ 10 ກໍລະກົດ ຈະຜັນຂະຫຍາຍຍຸດທະສາດສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃນທົ່ວປະເທດ.

ລະບົບຖານປະກອບດ້ວຍ 4 ລະບົບ: ແອບພິເຄຊັ່ນປຶ້ມສຸຂະພາບເອເລັກໂຕນິກ, ປະຕູຖານຂໍ້ມູນສັກວັກຊິນໂຄວິດ-19, ລະບົບໜູນຊ່ວຍວຽກງານສັກວັກຊິນແຫ່ງຊາດ, ສູນຕອບສະໜອງ (MCC). ພື້ນຖານຂໍ້ມູນໄດ້ຮັບການຄຸ້ມຄອງລວມສູນ, ຕອບສະໜອງມາດຕະຖານຢ່າງຄົບຊຸດ, ໂປ່ງໃສກ່ຽວກັບຂໍ້ມູນຂອງປະຊາຊົນ ແລະບັນດາອົງການຄຸ້ມຄອງ.

ເມື່ອເປີດນຳໃຊ້ລະບົບຖານນີ້ຈະຊ່ວຍໃຫ້ປະຊາຊົນເປັນເຈົ້າການເຂົ້າຮ່ວມການສັກວັກຊິນຢ່າງສະດວກ. ຂັ້ນຕອນທັງໝົດ, ຈາກການລົງທະບຽນສັກວັກຊິນ, ປະຫວັດ, ໝາກຜົນສັກວັກຊິນລ້ວນແຕ່ມີໃນແອບພິເຄຊັ່ນປຶ້ມສຸຂະພາບເອເລັກໂຕນິກ ຫຼື ປະຕູຖານຂໍ້ມູນສັກວັກຊິນໂຄວິດ-19.

ສໍາລັບຂະແໜງສາທາລະນະສຸກ, ລະບົບຖານນີ້ຮັບປະກັນເປົ້າໝາຍຄວບຄູ່ທັງຜັນຂະຫຍາຍການສັກວັກຊິນໄວ ແລະກວ້າງທີ່ສຸດທັງຮັບປະກັນຄວາມປອດໄພ, ມີປະສິດທິຜົນ, ຄວາມໂປ່ງໃສ, ໜູນຊ່ວຍໃຫ້ວຽກງານຄຸ້ມຄອງ, ຕິດຕາມກວດກາ ແລະຄົ້ນຄວ້າ.

leftcenterrightdel
ແອບພິເຄຊັ່ນປຶ້ມສຸຂະພາບເອເລັກໂຕນິກຂອງ Viettel. ພາບ: ຝອງລິງ

ທ່ານ ເລດັງຢຸງ ຮັກສາການປະທານທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດໃຫຍ່ອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ ແບ່ງປັນວ່າ: “ກໍານົດເລື່ອງຜັນຂະຫຍາຍລະບົບຖານຄຸ້ມຄອງການສັກວັກຊິນແມ່ນໜ້າທີ່ຈຸດສຸມຮັບໃຊ້ໃຫ້ຜົນປະໂຫຍດອັນຮີບດ່ວນຂອງປະເທດ, ຂອງປະຊາຊົນ, Viettel ນຳໃຊ້ທຸກແຫຼ່ງກຳລັງຂອງຕົນເພື່ອຮັບປະກັນການພັດທະນາ, ການຜັນຂະຫຍາຍລະບົບ. ບຸກຄະລາກອນທັງໝົດຂອງ Viettel ຈາກຂັ້ນແຂວງຕະຫຼອດຮອດຂັ້ນເມືອງເຂົ້າຮ່ວມການພັດທະນາ, ການຜັນຂະຫຍາຍລະບົບໄດ້ຮັບການຊາບຊຶມເພື່ອເຮັດວຽກ ດ້ວຍຈິດໃຈໃນສະໄໝສົງຄາມ, ຖືຜົນປະໂຫຍດຂອງປະຊາຊົນ, ປະເທດເປັນສຳຄັນກວ່າໝູ່”. ການສັກວັກຊິນໂຄວິດ-19 ແຫ່ງຊາດຈະດໍາເນີນໃນ 63 ແຂວງ, ນະຄອນດ້ວຍສະຖານທີ່ສັກວັກຊິນ 19.500 ແຫ່ງ. ຜ່ານການສັກວັກຊິນ, ກະຊວງສາທາລະນະສຸກ ຫວັງວ່າໝົດປີ 2021 ຈະສັກວັກຊິນໃຫ້ປະຊາຊົນທີ່ມີອາຍຸແຕ່ 18 ປີຂຶ້ນໄປໄດ້ 50%, ໝົດໄຕມາດທີ I-2022 ຈະສັກວັກຊິນໃຫ້ປະຊາກອນກວ່າ 70%.

ເຂົ້າຮ່ວມການສັກວັກຊິນ,  Viettel ໄດ້ຮັບໜ້າທີ່ໝູນໃຊ້ເຕັກໂນໂລຢີຂ້ໍມູນຂ່າວສານເຂົ້າວຽກງານຄຸ້ມຄອງສັກວັກຊິນ, ໂດຍລະອຽດ: ສ້າງລະບົບຖານເຕັກໂນໂລຢີຄຸ້ມຄອງວິວັດການສັກວັກຊິນທັງໝົດ; ຜັນຂະຫຍາຍລະບົບສໍາເນົາສຸຂະພາບສ່ວນຕົນ, ລະບົບຢັ້ງຢືນສັກວັນຊິນ (ໜັງສືຜ່ານແດນວັກຊິນ) ແລະສ້າງເອກະສານ, ສົມທົບກັນຈັດຕັ້ງການບຳລຸງສ້າງ, ຝຶກແອບໃຫ້ແຂວງຕ່າງໆກ່ຽວກັບການຫັນພື້ນຖານຂໍ້ມູນ ແລະນໍາໃຊ້ລະບົບຖານຄຸ້ມຄອງເປັນມາດຕະຖານ.

ໂດຍ: ເກື່ອງດັ້ງ