ເຊື່ອມຕໍ່ຫົວໃຈ

ກ່າວຄຳເຫັນທີ່ພິທີເປີດຕົວກອງທຶນວັກຊິນປ້ອງກັນ, ຕ້ານພະຍາດໂຄວິດ-19, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຢືນຢັນວ່າ ການປະກອບສ່ວນທັງໝົດລ້ວນແຕ່ມີຄວາມໝາຍໃຫ້ແກ່ຄວາມປອດໄພຂອງຕົວເອງ, ຄອບຄົວພວກເຮົາ, ໃຫ້ແກ່ວົງຄະນະຍາດ ແລະທົ່ວສັງຄົມ. ນີ້ແມ່ນກອງທຶນແຫ່ງຄວາມເມດຕາ, ນ້ຳໃຈສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈ, ຫົວໃຈເຊື່ອມຕໍ່ຫົວໃຈເພື່ອໃຫ້ພວກເຮົາພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ, ປະກອບສ່ວນສ້າງປະເທດຫວຽດນາມ ແຫ່ງໄຊຊະນະ, ເພື່ອໃຫ້ພວກເຮົາສ້າງເປັນຂີດໝາຍປະຫວັດສາດອັນສະຫງ່າລາສີຂອງຊາດ, ນັ້ນແມ່ນຜາບແພ້ພະຍາດໂຄວິດ-19.

leftcenterrightdel
ທ່ານນາງ ຫງວຽນທິເຟືອງຖ໊າວ ມອບ 100 ຕື້ດົ່ງໃຫ້ກອງທຶນວັກຊິນປ້ອງກັນ, ຕ້ານພະຍາດໂຄວິດ-19. ພາບ: ບ໊າວລີງ

ໃນພິທີເປີດຕົວ, ບັນດາອົງການຈັດຕັ້ງ, ວິສາຫະກິດ, ບັນດາກະຊວງ, ຄະນະ, ທ້ອງຖິ່ນ ແລະປະຊາຊົນໃນທົ່ວປະເທດໄດ້ບໍລິຈາກເງິນນັບພັນຕື້ດົ່ງໃຫ້ກອງທຶນ. ຄຽງຄ້າງການສະໜັບສະໜູນດ້ວຍຂໍ້ຄວາມແລ້ວ, ເວັບໄຊ www.vietnamkhoemanh.vn ກໍ່ແມ່ນສະຖານທີ່ເພື່ອໃຫ້ປະຊາຊົນເປັນຈຳນວນຫຼວງຫຼາຍບໍລິຈາກເງິນໃຫ້ກອງທຶນດ້ວຍສານທີ່ວ່າ “ເພື່ອຫວຽດນາມ ທີ່ເຂັ້ມແຂງ”.

ຕາມທ່ານ ຫງວຽນແທງລອງ ລັດຖະມົນຕີກະຊວງສາທາລະນະສຸກ ແລ້ວ, ວັກຊິນແມ່ນມາດຕະການທີ່ດີທີ່ສຸດເພື່ອປົກປ້ອງຊີວິດຂອງປະຊາຊົນຕໍ່ໜ້າໂລກລະບາດ ແລະນໍາຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບປົກກະຕິ. ບັນດາປະເທດເກືອບທັງໝົດໄດ້ມານະພະຍາຍາມເພື່ອບັນລຸເປົ້າໝາຍສັກວັກຊິນໃຫ້ໄດ້ 2/3 ຈຳນວນປະຊາກອນໃນທ້າຍປີ 2021, ໃນນັ້ນມີຫວຽດນາມ. ທ່ານ ຫງວຽນແທງລອງ ກໍ່ໃຫ້ຮູ້ວ່າ ເພື່ອສໍາຜັດກັບແຫຼ່ງວັກຊິນໃນສະພາບການຂາດແຄນຢູ່ໂລກນັ້ນ, ກະຊວງສາທາລະນະສຸກ ໄດ້ດຳເນີນການແລກປ່ຽນ, ເຮັດວຽກ ແລະເຈລະຈາກັບບັນດາອົງການຈັດຕັ້ງ ແລະຜູ້ຜະລິດວັກຊິນກວ່າ 200 ຄັ້ງ...

ການບໍລິຈາກແບບມິດງຽບໃຫ້ວົງຄະນະຍາດ

ທີ່ພິທີເປີດຕົວກອງທຶນ, ໃນຈໍານວນວິສາຫະກິດບໍລິຈາກໃຫ້ກອງທຶນນັ້ນ, ບັນດາວິສາຫະກິດໂດຍທ່ານນາງ ຫງວຽນທິເຟືອງຖ໊າວ ນໍາພາໄດ້ບໍລິຈາກເງິນ 100 ຕື້ດົ່ງ. ນີ້ແມ່ນການກະທຳສືບຕໍ່ການເຄື່ອນໄຫວກຸສົນຂອງບັນດາຫົວໜ່ວຍໂດຍເສດຖີເງິນຕື້ນາງ ຫງວຽນທິເຟືອງຖ໊າວ ບໍລິຫານ.

ສະເພາະໃນປີ 2020, ທະນາຄານ HD Bank ແມ່ນທະນາຄານປະຈັນບານໃນການໜູນຊ່ວຍດ້ານການເງິນໃຫ້ແກ່ລູກຄ້າທີ່ຖືກຜົນກະທົບຈາກພະຍາດໂຄວິດ-19, ໃນນັ້ນ, ໃຊ້ງົບປະມານ 24.000 ຕື້ດົ່ງເພື່ອໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະກາງ; 10.000 ຕື້ດົ່ງເພື່ອໜູນຊ່ວຍວິສາຫະກິດຈຸລະພາກ, ວິສາຫະກິດຄອບຄົວ...

ສ່ວນສາຍການບິນ Vietjet ໄດ້ດຳເນີນນັບຮ້ອຍຖ້ຽວບິນ ເພື່ອໂດຍສານປະຊາຊົນຈາກເຂດທີ່ຖືກຜົນກະທົບຈາກໂລກລະບາດກັບເມືອປະເທດ, ໂດຍສານແພດໝໍ, ພາລະກອນການແພດ ແລະອຸປະກອນການແພດເພື່ອປ້ອງກັນ ແລະຕ້ານພະຍາດໂດຍບໍ່ເສຍຄ່າ... ສ່ວນທ່ານນາງ ຫງວຽນທິເຟືອງຖ໊າວ ເອງກໍ່ໄດ້ຫັກເງິນຈາກກອງທຶນກຸສົນສ່ວນຕົວຂອງຕົນ ເພື່ອຊື້ ແລະມອບຜ້າອັກປາກ-ອັດດັງນັບຫຼາຍລ້ານອັນໃຫ້ແກ່ປະຊາຊົນບັນດາປະເທດ: ອາເມລິກາ, ອັງກິດ, ຝຣັ່ງ, ເຢຍລະມັນ. ພະນັກງານຂອງນາງ ຫງວຽນທິເຟືອງຖ໊າວ ໄດ້ຈັດຕັ້ງເຮືອນຄົວກຸສົນທີ່ສະຫງວນໃຫ້ຜູ້ປະສົບກັບຄວາມຫຍຸ້ງຍາກໃນໄລຍະຖືກຜົນກະທົບຈາກໂລກລະບາດ.

ການປະກອບສ່ວນໃຫ້ແກ່ການຕໍ່ສູ້ປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງທ່ານນາງ ຫງວຽນທິເຟືອງຖ໊າວ ກໍ່ຄືກັນກັບເສດຖີເງິນຕື້ຍິງຫຼາຍຄົນໃນທົ່ວໂລກ, ຄື: ເສດຖີເງິນຕື້ຍິງ Francoise Bettencourt Meyers; ເສດຖີເງິນຕື້ຍິງ Susanne Klatten...

ທ່ານນາງ ຫງວຽນທິເຟືອງຖ໊າວ ແບ່ງປັນວ່າ: “ພວກເຮົາພ້ອມກັນມານະພະຍາຍາມ ເພື່ອໃຫ້ຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະຕິໂດຍໄວ, ເພື່ອໃຫ້ເດັກນ້ອຍໄດ້ໄປໂຮງຮຽນ; ພ້ອມກັນເອົາໃຈໃສ່ເຖິງສຸຂະພາບຂອງປະຊາຊົນ, ເພື່ອໃຫ້ທຸກຄົນມີຄວາມຜາສຸກ ແລະເຂັ້ມແຂງພ້ອມກັບຄອບຄົວ; ພ້ອມກັນຟື້ນຟູເສດຖະກິດເພື່ອໃຫ້ວິສາຫະກິດ, ໂຮງຈັກໂຮງງານເຄື່ອນໄຫວຄືນໃໝ່ ແລະເຄື່ອນໄຫວຫຼາຍກວ່າອີກ, ເພື່ອສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານນັບມື້ນັບຫຼາຍຂຶ້ນ”.

ນອກຈາກການຮ່ວມແຮງຮ່ວມໃຈໃນການປ້ອງກັນ, ຕ້ານພະຍາດໂຄວິດ-19, ທ່ານນາງ ຫງວຽນທິເຟືອງຖ໊າວ ຍັງແມ່ນຜູ້ລິເລີ່ມໃນການຈັດຕັ້ງປະຕິບັດໂຄງການ "ສົ່ງເສີມນ້ອງໄປໂຮງຮຽນ", ມອບທຶນສຶກສາ ແລະມອບຂອງຂວັນໃຫ້ເດັກນ້ອຍຢູ່ໂຮງລ້ຽງເດັກກຳພ້າ, ສົ່ງເສີມເດັກທຸກຍາກໄປໂຮງຮຽນ ແລະມອບເສື້ອກັນໜາວໃຫ້ເດັກນ້ອຍຢູ່ເຂດຫ່າງໄກສອກຫຼີກ. ວາລະສານອາຊີ Tatler ທີ່ມີຊື່ສຽງໂດ່ງດັງ ໄດ້ເຊີດຊູທ່ານນາງແມ່ນ 1 ໃນຈຳນວນ 110 ຄົນທີ່ມີອິດທິພົນຊື່ສຽງທີ່ສຸດໃນອາຊີ ກ່ຽວກັບວຽກງານກຸສົນ. ຫວ່າງແລ້ວນີ້, ນາງ ຫງວຽນທິເຟືອງຖ໊າວ ໄດ້ຮັບຫຼຽນໄຊດາວເໜືອ-ຫຼຽນໄຊອັນສູງສົ່ງຂອງສາທາລະນະລັດຝຣັ່ງ.

ໂດຍ: ທະນາພອນ