ການລົງນາມແນໃສ່ປະກອບສ່ວນນໍາເຄືອຂ່າຍ 5ຈີ ເຂົ້າໃນການຜັນຂະຫຍາຍດ້ານການຄ້າໃນຂອບເຂດທົ່ວປະເທດໂດຍໄວ, ພ້ອມທັງຮັບປະກັນຄວາມງາມຂອງຕົວເມືອງ, ສັງຄົມເວົ້າລວມ ແລະເພີ່ມທະວີປະສິດທິຜົນການລົງທຶນພື້ນຖານໂຄງລ່າງຂອງບັນດາວິສາຫະກິດເອງ.

leftcenterrightdel
ຜູ້ຕາງໜ້າບັນດາວິສາຫະກິດໂທລະຄົມມະນາຄົມລົງນາມຜ່ານລະບົບທາງໄກ. ພາບ: ກົມໂທລະຄົມມະນາຄົມ.

ຜູ້ຕາງໜ້າກົມໂທລະຄົມມະນາຄົມ ສະເໜີບັນດາວິສາຫະກິດໂທລະຄົມມະນາຄົມຕັ້ງໜ້າປະຕິບັດຢ່າງມີປະສິດທິຜົນ, ບົນພື້ນຖານການຮ່ວມມື, ກໍ່ສ້າງເພື່ອບັນລຸໄດ້ໝາກຜົນດີທີ່ສຸດ, ສ້າງຄວາມສະດວກໃຫ້ວິວັດການຂຸດຄົ້ນເຄືອຂ່າຍ 5ຈີ ໃນຂົງເຂດການຄ້າໃນໄລຍະຈະມາເຖິງ.

ກ່ອນໜ້ານັ້ນ, ບັນດາວິສາຫະກິດໂທລະຄົມມະນາຄົມໄດ້ຕົກລົງສຸມໃສ່ເຂົ້າພື້ນຖານໂຄງລ່າງ (ສະຖານີ, ເສົາອັງແຕນ, ສົ່ງສັນຍານ…). ນີ້ແມ່ນຄັ້ງທໍາອິດຢູ່ຫວຽດນາມ ຜັນຂະຫຍາຍການແບ່ງປັນພື້ນຖານໂຄງລ່າງໂທລະຄົມມະນາຄົມໃນລະດັບສູງກວ່າ, ຄື: ໂຄງລ່າງຕັ້ງໜ້າ, ອຸປະກອນເຄືອຂ່າຍ 5ຈີ... ເລື່ອງຜັນຂະຫຍາຍການທົດລອງນີ້ຈະປະກອບສ່ວນຕີລາຄາສັງລວມບັນດາເນື້ອໃນທີ່ຈຳເປັນທັງດ້ານເຕັກນິກ ແລະກົນໄກສົມທົບກັນເພື່ອຜັນຂະຫຍາຍເຄືອຂ່າຍ 5ຈີ ໃນຂອບເຂດທົ່ວປະເທດ.

ໂດຍ: ກວຽດເຕິມ