ຕາມນັ້ນແລ້ວ, ສະເໜີຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ “ກວດກາຄືນພື້ນຖານວັດຖຸຢູ່ເຂດຈໍາກັດບໍລິເວນຮັບປະກັນການຕິດຕາມກວດກາຜູ້ຖືກກັກຕົວຢ່າງເຄັ່ງຄັດ; ບັນດາເຂດຈໍາກັດບໍລິເວນຕ້ອງມີກາເມຣາ ເພື່ອຕິດຕາມຜູ້ຖືກກັກຕົວໃນການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19 ຕາມຂໍ້ກຳນົດ, ບັນດາກາເມຣາຕິດຕາມຕ້ອງນຳໃຊ້ຕະຫຼອດ 24/24 ຊົ່ວໂມງ, ເຊື່ອມຕໍ່ກັບລະບົບຕິດຕາມໂດຍກະຊວງຖະແຫຼງຂ່າວ ແລະສື່ສານແຕ່ງຕັ້ງ”.

leftcenterrightdel
ວິເຄາະກວດໂຄວິດ-19.  ພາບປະກອບ/ພາບ: ກະຊວງສາທາລະນະສຸກ.

ກະຊວງຖະແຫຼງຂ່າວ ແລະສື່ສານໄດ້ຊີ້ນຳບັນດາວິສາຫະກິດໂທລະຄົມມະນາຄົມລວມທັງ: ກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ (Viettel) ແລະກຸ່ມບໍລິສັດໄປສະນີ ໂທລະຄົມມະນາຄົມຫວຽດນາມ  (VNPT)  ກໍ່ສ້າງລະບົບຕິດຕາມ ແລະສົມທົບກັບພະແນກຖະແຫຼງຂ່າວ ແລະສື່ສານບັນດາແຂວງ, ນະຄອນ ເພື່ອຜັນຂະຫຍາຍການສຳຫຼວດ ແລະເຊື່ອມຕໍ່ລະບົບກາເມຣາຕິດຕາມຢູ່ເຂດຈໍາກັດບໍລິເວນກັບລະບົບຕິດຕາມລວມສູນໂດຍກະຊວງຖະແຫຼງຂ່າວ ແລະສື່ສານແຕ່ງຕັ້ງ.

ໃນວິວັດການສຳຫຼວດ ແລະປະຕິບັດການເຊື່ອມຕໍ່, ສະເໜີໃຫ້ຮັບປະກັນການປະຕິບັດຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານພະຍາດຕາມຂໍ້ກໍານົດ ແລະຂໍ້ກ່າວເຕືອນຂອງຄະນະກຳມະການຊີ້ນຳແຫ່ງຊາດປ້ອງກັນ, ຕ້ານພະຍາດໂຄວິດ-19, ກະຊວງສາທາລະນະສຸກ.

ຍ້ອນສະພາບປ້ອງກັນ, ຕ້ານພະຍາດຮີບດ່ວນ, ກະຊວງຖະແຫຼງຂ່າວ ແລະສື່ສານ ໄດ້ຮຽກຮ້ອງໃຫ້ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ ຂຶ້ນກັບສູນກາງ ແລະພະແນກຖະແຫຼງຂ່າວ ແລະສື່ສານບັນດາແຂວງ, ນະຄອນຜັນຂະຫຍາຍໂດຍໄວ, ສູ້ຊົນເພື່ອໃຫ້ການເຊື່ອມຕໍ່ກັບລະບົບຕິດຕາມລວມສູນສຳເລັດກ່ອນວັນທີ 10 ພຶດສະພາ 2021.

ໂດຍ: ທະນາພອນ