leftcenterrightdel
ຜູ້ຕາງໜ້າ NovaGroup ແລະ Viettel ລົງນາມໃນຂໍ້ຕົກລົງການຮ່ວມມືຍຸດທະສາດ. ພາບ: qdnd.vn.

ຕາມຂໍ້ຕົກລົງແລ້ວ, ສອງຝ່າຍຈະໃຫ້ບຸລິມະສິດນໍາໃຊ້ສອງມາດຕະການຕົ້ນຕໍ, ລວມມີ: "ແອັບພຼີເຄຊັນບໍລິການໂທລະຄົມມະນາຄົມ   ແລະມາດຕະການເຕັກໂນໂລຢີຂໍ້ມູນຂ່າວສານ" ແລະ "ກຸ່ມມາດຕະການໃຫ້ເຂດຕົວເມືອງອັດສະລິຍະ". ລະອຽດ NovaGroup ແລະບັນດາຫົວໜ່ວຍສະມາຊິກໄດ້ຮັບບຸລິມະສິດເລືອກເຟັ້ນນໍາໃຊ້ມາດຕະການໂດຍ Viettel ພັດທະນາ, ຄື: ການບໍລິການພື້ນຖານໂຄງລ່າງໂທລະຄົມມະນາຄົມ, ຄວາມປອດໄພຂໍ້ມູນຂ່າວສານ... ສ່ວນ Viettel, ຈະໃຫ້ບຸລິມະສິດໃນການແນະນໍາໃຫ້ພະນັກງານ, ພາລະກອນ ກໍ່ຄືລູກຄ້າ, ຄູ່ຮ່ວມມືຂອງ Viettel ກ່ຽວກັບບັນດາລາຍການ, ນະໂຍບາຍພິເສດຂອງຜະລິດຕະພັນ ກໍ່ຄືນະໂຍບາຍການຮ່ວມມືດໍາເນີນທຸລະກິດຜະລິດຕະພັນອະສັງຫາລິມະຊັບ ແລະບໍລິການອື່ນໂດຍ NovaGroup ສະໜອງ.

leftcenterrightdel
ການນໍາສອງກຸ່ມບໍລິສັດມີຄວາມເຊື່ອໝັ້ນຕໍ່ການຮ່ວມມືໃນການຫັນເປັນດີຈີຕອນ. ພາບ: qdnd.vn.

ກ່າວຄໍາເຫັນທີ່ພິທີລົງນາມ, ທ່ານນາງ ຮວ່າງທູເຈົາ ຜູ້ອຳນວຍການໃຫຍ່ NovaGroup ເນັ້ນໜັກວ່າ: "ດ້ວຍການຮ່ວມມືຂອງສອງຝ່າຍ, ຂ້າພະເຈົ້າເຊື່ອໝັ້ນວ່າການຫັນເປັນດີຈີຕອນຂອງ NovaGroup ຈະສໍາເລັດຢ່າງວ່ອງໄວ, ເປີດກວ້າງຕະຫຼາດໂລກ ກໍ່ຄືປະກອບສ່ວນນໍາມາເຊິ່ງຄວາມສໍາເລັດກວ່າອີກໃຫ້ທັງສອງກຸ່ມບໍລິສັດ, ສ້າງກາລະໂອກາດຮ່ວມມືໃນອະນາຄົດກວ່າອີກ".

ເມື່ອເນັ້ນໜັກເຖິງເລື່ອງສອງກຸ່ມບໍລິສັດມີທິດສະດີປັດຊະຍາດໍາເນີນທຸລະກິດຕິດພັນກັບການນໍາມາເຊິ່ງຄຸນຄ່າໃຫ້ປະຊາຊົນຫວຽດນາມ, ທ່ານພັນເອກພິເສດ ຫງວຽນດີ່ງຈ໊ຽນ ຮອງຜູ້ອຳນວຍການໃຫຍ່ Viettel ຢັ້ງຢືນວ່າ ທັງ Viettel ແລະ NovaGroup ລ້ວນແຕ່ມີຄວາມຄາດຫວັງບືນຕົວຂຶ້ນ, ກຳນົດຄຸນຄ່າເຄື່ອງໝາຍການຄ້າຫວຽດນາມ. ທ່ານ ຫງວຽນດີ່ງຈ໊ຽນ ແບ່ງປັນວ່າ ສາມາດຖືນີ້ແມ່ນການຮ່ວມມືທີ່ມີລັກສະນະຍຸດທະສາດສູງ ແລະນໍາມາເຊິ່ງກາລະໂອກາດຫຼາຍກວ່າອີກເມື່ອ NovaGroup ຮ່ວມເດີນທາງກັບ Viettel ຢູ່ຫວຽດນາມ ແລະຮ່ວມເດີນທາງກັບບັນດາປະເທດເຊິ່ງ Viettel ໄດ້ລົງທຶນໃນໂລກ".

ໂດຍ: ເຈິ່ນຮວ່ຽນ