leftcenterrightdel
ຜູ້ຕາງໜ້າບໍລິສັດໃຫຍ່ເຕິນກ໋າງໄຊງ່ອນ (SNP) ແລະກຸ່ມບໍລິສັດ Viettel ລົງນາມການຮ່ວມມືຮອບດ້ານ. ພາບ: qdnd.vn.

ສອງຝ່າຍຮ່ວມມືໃນ 3 ຂົງເຂດຕົ້ນຕໍ: ເຕັກໂນໂລຢີຂໍ້ມູນຂ່າວສານ, ການບໍລິການ logistics ແລະບໍລິການອື່ນໆ. ໃນນັ້ນ, Viettel ຈະໃຫ້ຄໍາປຶກສາ, ຕີລາຄາສະຖາປັດຕະຍະກໍາທີ່ມີການນໍາໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນປະຈຸບັນຂອງ SNP; ໃຫ້ຄຳປຶກສາກ່ຽວກັບວິທີການປະຕິບັດການຫັນປ່ຽນດີຈີຕອນວິສາຫະກິດ, ແບ່ງປັນບົດຮຽນໃນການປະຕິບັດກ່ຽວກັບຂັ້ນຕອນການຫັນປ່ຽນຮູບແບບບໍລິຫານເຕັກໂນໂລຢີຂໍ້ມູນຂ່າວສານເຊິ່ງ Viettel ໄດ້ນໍາໃຊ້ສໍາເລັດໃນຂັ້ນຕອນການຫັນປ່ຽນຢູ່ພາຍໃນ; ຄົ້ນຄວ້າ ແລະຜັນຂະຫຍາຍການກໍ່ສ້າງລະບົບຊີວະພາບການບໍລິການໃຫ້ຄູ່ຮ່ວມມືນຳໃຊ້, ລູກຄ້າຂອງເຕິນກ໋າງໄຊງ່ອນ; ນໍາໃຊ້ພາຍໃນການເຊື່ອມຕໍ່ລະບົບຊອັບແວ, ການບໍລິການໃຫ້ພະນັກງານ, ພາລະກອນຂອງ SNP; ຄົ້ນຄວ້າການລົງທຶນກໍ່ສ້າງ ແລະເປີດກວ້າງຮູບແບບສາງອັດສະລິຍະ, ສູນ logistics ຢູ່ຕາມເຂດເສດຖະກິດຈຸດສຸມ... ຕອບສະໜອງຄວາມຕ້ອງການພັດທະນາ ແລະເສີມຂະຫຍາຍທ່າແຮງຂອງແຕ່ລະຝ່າຍ...

ໂດຍ: ເຈິ່ນຮວ່ຽນ