leftcenterrightdel
ນະຄອນດ່ານັ໊ງ ກຽມພ້ອມຕ້ອນຮັບແຂກທ່ອງທ່ຽວ. ພາບ: vov.vn.

ຢູ່ນະຄອນໂຮ່ຈີມິນ, ໃນເກືອບໜຶ່ງອາທິດຜ່ານມາ, ສູນບໍລິການຂອງຫຼາຍບໍລິສັດທ່ອງທ່ຽວຢູ່ນະຄອນໂຮ່ຈີມິນ ມີຄົນມາຈ່ອງຊື້ລາຍການທ່ອງທ່ຽວເປັນຈຳນວນຫຼວງຫຼາຍ, ຊ້ຳບໍ່ໜໍາມີບາງແຫ່ງຕ້ອງເປີດປະຕູຈົນຮອດຄ່ຳເພື່ອຮັບໃຊ້ແຂກທ່ອງທ່ຽວ.

ບໍລິສັດທ່ອງທ່ຽວຢູ່ດ່ານັ໊ງ ເກືອບທັງໝົດກັບຄືນສູ່ການເຄື່ອນໄຫວທ່ອງທ່ຽວຄືນໃໝ່ເພື່ອດຶງດູດແຂກທ່ອງທ່ຽວພາຍໃນປະເທດ. ທ່ານ ກາວຈີ໊ຢູງ, ປະທານສະຫະສະມາຄົມທ່ອງທ່ຽວນະຄອນດ່ານ໊ັງ ໃຫ້ຮູ້ວ່າ ຮອດຈຸດເວລານີ້, ບັນດາລາຍການທ່ອງທ່ຽວໃນໂອກາດພັກວັນບຸນ 30 ເມສາ ແລະວັນທີ 1 ພຶດສະພາ ໄດ້ເພີ່ມຂຶ້ນຢ່າງແຮງເມື່ອທຽບໃສ່ປີ 2020 ແລະຟື້ນຟູເກືອບເທົ່າກັບປີ 2019 ປະມານ 80% - 90%.

ແຫຼ່ງຄັດຈາກ: vovworld.vn