leftcenterrightdel
ນະຄອນໂຮ່ຈີມິນ ນໍາໜ້າທົ່ວປະເທດທາງດ້ານເສດຖະກິດ. ພາບ: ສໍານັກຂ່າວສານຫວຽດນາມ.

ສື່ມວນຊົນຣູມານີ ໃຫ້ຂໍ້ສັງເກດວ່າ ພາຍໃຕ້ການນໍາພາຂອງພັກ ແລະລັດ, ພ້ອມກັບການບໍລິຫານຢ່າງຂ້ຽວຂາດຂອງລັດຖະບານ, ຫວຽດນາມ ໄດ້ຜ່ານຜ່າການແຜ່ລະບາດຂອງພະຍາດໂຄວິດ-19 ເປັນ 3 ຮອບ, ນໍາພື້ນຖານເສດຖະກິດກາຍເປັນໜຶ່ງໃນຈໍານວນໜ້ອຍພື້ນຖານເສດຖະກິດພັດທະນາເປັນປົກກະຕິ.

ສື່ມວນຊົນຣູມານີ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ເຖິງວ່າເສັ້ນທາງພັດທະນາຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍກໍ່ຕາມແຕ່ວ່າກໍ່ມີພື້ນຖານເພື່ອໃຫ້ມີຄວາມເຊື່ອໝັ້ນວ່າ ຫວຽດນາມ ຈາກປະເທດທີ່ມີລາຍຮັບປານກາງຈະໄດ້ນອນໃນກຸ່ມປະເທດມີລາຍຮັບສູງໃນປີ 2045.

ຕາມສື່ມວນຊົນຣູມານີ ແລ້ວ, ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດຫຼັກຂອງຣູມານີ ຢູ່ອາຊີ. ນີ້ແມ່ນພື້ນຖານເພື່ອພັດທະນາສາຍພົວພັນຮ່ວມມືສອງຝ່າຍລະຫວ່າງສອງປະເທດ ກໍ່ຄືເພີ່ມທະວີການສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ, ອົງການຈັດຕັ້ງສາກົນ ແລະພາກພື້ນຕ່າງໆ, ພ້ອມທັງແກ້ໄຂບັນຫາທີ່ມີລັກສະນະທົ່ວໂລກ.

ໂດຍ: ທູຈາງ