leftcenterrightdel
ພາບປະກອບ: baodautu.vn.

ພະຍາດໂຄວິດ-19 ຍັງຜັນແປຢ່າງສັບສົນ ແຕ່ວ່າສະພາບເສດຖະກິດ-ສັງຄົມ ໃນ 3 ເດືອນຕົ້ນປີ 2021 ມີສັນຍານທີ່ດີຫຼາຍຢ່າງ. ມີຫຼາຍອົງການການເງິນໃຫຍ່ໃນສາກົນກໍ່ຍົກອອກບັນດາຂໍ້ສັງເກດທີ່ຕັ້ງໜ້າຕໍ່ເສດຖະກິດຫວຽດນາມ.

ການເຕີບໂຕເສດຖະກິດທີ່ດີພໍສົມຄວນ

ເຖິງວ່າຖືກຜົນສະທ້ອນຍ້ອນພະຍາດໂຄວິດ-19 ກໍ່ຕາມ,  ແຕ່ລະດັບເຕີບໂຕ GDP ໃນໄຕມາດທີ I ປີ 2021 ຂອງຫວຽດນາມ ເພີ່ມຂຶ້ນ 4,48% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນການປັບຕົວທີ່ເໝາະສົມ, ຄວາມຕ້ານທານ ແລະທ່າອ່ຽງຟື້ນຟູຂອງພື້ນຖານເສດຖະກິດທີ່ກໍາລັງເພີ່ມຂຶ້ນ.

ການເຕີບໂຕຢູ່ບັນດາຂົງເຂດກະສິກໍາ, ປ່າໄມ້, ສິນໃນນໍ້າສືບຕໍ່ແມ່ນຈຸດພົ້ນເດັ່ນ. ຂົງເຂດອຸດສາຫະກໍາ ແລະກໍ່ສ້າງ, ການບໍລິການມີສັນຍານດີຂຶ້ນ. ຄວາມຕ້ອງການບໍລິໂພກຂອງປະຊາຊົນພວມໄດ້ຮັບການຟື້ນຟູຄືນໃໝ່. ໄພເງິນເຟີ້ໄດ້ຮັບການຄວບຄຸມ, ການດຸ່ນດ່ຽງງົບປະມານໄດ້ຮັບການຮັບປະກັນ. ຕະຫຼາດເງິນຕາ, ສິນເຊື່ອມີຄວາມໝັ້ນຄົງ. ອັດຕາດອກເບ້ຍສືບຕໍ່ໄດ້ຮັກສາຢູ່ໃນລະດັບຕໍ່າ, ຕະຫຼາດເງິນຕາຕ່າງປະເທດມີການເຄື່ອນໄຫວຢ່າງມີປະສິດທິຜົນ,  ການຊຳລະສະສາງເງິນຂອງຕະຫຼາດໄດ້ຮັບການຮັບປະກັນ, ການບໍລິການຊໍາລະໄດ້ຮັບການຍູ້ແຮງ.

leftcenterrightdel
ການສົ່ງອອກ-ນໍາເຂົ້າສິນຄ້າ ໃນໄຕມາດທີ I ສືບຕໍ່ບັນລຸໝາກຜົນທີ່ໜ້າປະທັບໃຈ. ພາບ: vov.vn.

ການດຶງດູດເງິນລົງທຶນຈາກຕ່າງປະເທດ ໄດ້ຮັບການຟື້ນຟູຢ່າງຕັ້ງໜ້າ

ຍອດເງິນທຶນໃນໄຕມາດທີ I ບັນລຸກວ່າ 10 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 18,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.  ສິ່ງທີ່ເປັນໜ້າເອົາໃຈໃສ່, ຈໍານວນເງິນທຶນຈົດທະບຽນໃໝ່ ແລະຈໍານວນເງິນທຶນດັດປັບເພີ່ມຂຶ້ນຢ່າງແຮງ.  3 ເດືອນຕົ້ນປີ 2021 ກໍ່ໄດ້ເຫັນປະຈັກຕາກ່ຽວກັບການເຄື່ອນໄຫວປ່ຽນແປງໃໝ່ປະດິດຄິດສ້າງ, ການໝູນໃຊ້ວິທະຍາສາດເຕັກໂນໂລຢີ, ການຫັນປ່ຽນດີຈີຕອນໄດ້ຮັບການຊຸກຍູ້ຢ່າງແຮງ. ການເກັບກໍາຂໍ້ມູນ, ອັບເດັດຂໍ້ມູນເຂົ້າໃນຖານຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງ ໄດ້ຮັບການຜັນຂະຫຍາຍຢ່າງແຮງ.

ການສົ່ງອອກ-ນໍາເຂົ້າສິນຄ້າ ໃນໄຕມາດທີ I ສືບຕໍ່ບັນລຸໝາກຜົນທີ່ໜ້າປະທັບໃຈ. ຍອດວົງເງິນການສົ່ງອອກ, ນໍາເຂົ້າສິນຄ້າຄາດຄະເນວ່າບັນລຸຫຼາຍກວ່າ 152 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 24% ເມື່ອທຽບໃສ່ໄລຍະດຽວກັນ. ວຽກງານຮັບປະກັນຊີວິດສັງຄົມ ໄດ້ຮັບຄວາມເອົາໃຈໃສ່, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຮັບປະກັນ. ຫວຽດນາມ ກໍ່ເພີ່ມຂຶ້ນ 4 ຂັ້ນໃນຕາຕະລາງຈັດອັນດັບບັນດາປະເທດມີຄວາມຜາສຸກທີ່ສຸດໃນໂລກຂອງ ສປຊ.

ສາກົນຕີລາຄາຄວາມປະເອີບໃຈກ່ຽວກັບເສດຖະກິດຫວຽດນາມ

ໃນຊຸມວັນມໍ່ໆມານີ້, ມີຫຼາຍອົງການການເງິນໃຫຍ່ສາກົນກໍ່ຍົກອອກບັນດາຂໍ້ສັງເກດທີ່ຕັ້ງໜ້າຕໍ່ເສດຖະກິດຫວຽດນາມ. ໃນບົດລາຍງານໃໝ່ຫຼ້າສຸດ, ກອງທຶນເງິນຕາສາກົນ (IMF) ໃຫ້ຂໍ້້ສັງເກດວ່າ, ໂດຍບໍ່ຫົວຊາຕໍ່ຜົນສະທ້ອນຈາກພະຍາດໂຄວິດ-19, ລະດັບເຕີບໂຕເສດຖະກິດຫວຽດນາມ ອາດຈະບັນລຸລະດັບ 6,5% ໃນປີ 2021.  ສ່ວນທະນາຄານ United Overseas Bank ຍົກອອກການຄາດຄະເນວ່າການເຕີບໂຕຂອງເສດຖະກິດຫວຽດນາມປີ 2021 ຈະຢູ່ໃນລະດັບ 7,1%. ກຸ່ມນັກຄົ້ນຄວ້າ ເສດຖະກິດຂອງທະນາຄານ HSBC ກໍ່ຄາດຄະເນວ່າ ຫວຽດນາມ ຈະບັນລຸລະດັບເຕີບໂຕໃນປີ 2021 ແມ່ນ 6,6%.

ວາລະສານ MoneyWeek ຂອງອັງກິດ ຕີລາຄາວ່າ, ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດມີແງ່ຫວັງທີ່ສຸດຢູ່ອາຊີ ໃນໄລຍະ ຈະມາເຖິງ. ໃນຂະນະນັ້ນ, ຕາຕະລາງຈັດອັນດັບ ໂດຍກອງທຶນມໍລະດົກຂອງອາເມລິກາ (Heritage Foundation) ປະຕິບັດແລ້ວ, ເປັນຄັ້ງທໍາອິດທີ່ເສດຖະກິດຫວຽດນາມ ນອນຢູ່ໃນກຸ່ມບັນດາພື້ນຖານເສດຖະກິດມີຄວາມເສລີຢູ່ໃນລະດັບປານກາງ (Moderately Free), ເພີ່ມຂຶ້ນ 2,9 ຄະແນນ ຍ້ອນ “ຄວາມແຂງແກ່ນ” ດ້ານການເງິນໄດ້ຮັບການປັບປຸງ ແລະເພີ່ມຂຶ້ນ 15 ຂັ້ນເມື່ອທຽບໃສ່ປີ 2020. ມີຫຼາຍດັດຊະນີໄວ້ວາງໃຈຂອງຊາດສືບຕໍ່ເພີ່ມຂຶ້ນ, ສະແດງໃຫ້ເຫັນການຮັບຮູ້, ການຕີລາຄາສູງຂອງສາກົນທີ່ມີຕໍ່ການປັບປຸງກ່ຽວກັບປີງົບປະມານ, ໜີ້ສາທາລະນະ, ໜີ້ຕ່າງປະເທດ... ກໍ່ຄືການປະຕິຮູບລະບຽບການບໍລິຫານ, ສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດ, ສິ່ງດັ່ງກ່າວສະແດງໃຫ້ເຫັນແງ່ຫວັງແຫ່ງການເຕີບໂຕເສດຖະກິດທີ່ເຕັມໄປດ້ວຍຄວາມຫວັງຂອງປະເທດ. ເຖິງຢ່າງໃດກໍ່ຕາມ, ຕໍ່ໜ້າສັນຍານທີ່ຕັ້ງໜ້າດັ່ງກ່າວ, ຫວຽດນາມ ຍັງຄົງຢຶດໝັ້ນຕໍ່ບັນດານະໂຍບາຍເສດຖະກິດມະຫາພາກ, ຮັບປະກັນການຟື້ນຟູເສດຖະກິດແບບຍືນຍົງ ແລະຮອບດ້ານ.

ໂດຍ: ທູຈາງ