leftcenterrightdel
ຫວຽດນາມ ມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ທັງໝົດແມ່ນ 652 ຄົນ. ພາບ: ກະຊວງສາທາລະນະສຸກຫວຽດນາມ.

ໃນນັ້ນມີ 7 ຄົນຢູ່ດ່ານັ້ງ, 3 ຄົນຢູ່ກ໋ວາງນາມ ທີ່ກ່ຽວຂ້ອງເຖິງໂຮງໝໍດ່ານັ້ງ. ປັດຈຸບັນ, ຫວຽດນາມມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ທັງໝົດແມ່ນ 652 ຄົນ, ໃນນັ້ນມີ 374 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະມີ 8 ຄົນເສຍຊີວິດ. ສະເພາະຜູ້ຕິດເຊື້ອຊາວຕ່າງປະເທດ, ມາຮອດປັດຈຸບັນມີຜູ້ຕິດເຊື້ອຊາວຕ່າງປະເທດ 50 ຄົນໄດ້ຮັບການປົ່ນປົວຫາຍດີເປັນປົກກະຕິຈາກຫວຽດນາມ.

ແຫຼ່ງຄັດຈາກ: vovworld.vn