ເປີດນຳໃຊ້ຮາກຖານຂໍ້ມູນແຫ່ງຊາດກ່ຽວກັບກົດໝາຍ (ລະບົບອັບເດດໃໝ່)
ກປ.ອອນໄລ - ຮາກຖານຂໍ້ມູນແຫ່ງຊາດກ່ຽວກັບກົດໝາຍ (ລະບົບອັບເດດໃໝ່) ໄດ້ສ້າງໂຄງປະກອບຄືນໃໝ່ຢ່າງຮອບດ້ານ, ຄຸ້ມຄອງລະອຽດທີ່ສຸດ.
ພິທີເປີດນຳໃຊ້ຮາກຖານຂໍ້ມູນແຫ່ງຊາດກ່ຽວກັບກົດໝາຍ (ລະບົບອັບເດດໃໝ່) ແລະລະບົບຂໍ້ມູນໜູນຊ່ວຍກວດກາເອກະສານຂໍ້ກຳນົດກົດໝາຍສັງລວມຄືນໃໝ່ ຈັດຂຶ້ນໃນຕອນເຊົ້າວັນທີ 23 ເມສາ, ຢູ່ ຮ່າໂນ້ຍ. ທ່ານ ຫງວຽນຄັກດິ້ງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ, ທ່ານ ເລຕຽນເຈົາ, ຮອງນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມ.
    |
 |
|
ພິທີພິທີເປີດນຳໃຊ້ຮາກຖານຂໍ້ມູນແຫ່ງຊາດກ່ຽວກັບກົດໝາຍ (ລະບົບອັບເດດໃໝ່). ພາບ: ສໍານັກຂ່າວສານຫວຽດນາມ |
ຮາກຖານຂໍ້ມູນແຫ່ງຊາດກ່ຽວກັບກົດໝາຍ (ລະບົບອັບເດດໃໝ່) ໄດ້ສ້າງໂຄງປະກອບຄືນໃໝ່ຢ່າງຮອບດ້ານ, ຄຸ້ມຄອງລະອຽດທີ່ສຸດ. ພິເສດ, ຂໍ້ມູນທັງໝົດໃນປະຈຸບັນໄດ້ສະແດງຖືກຕາມມາດຖານພາສາລວມຂອງບັນດາລະບົບກົດໝາຍສາກົນທີ່ກ່າວໜ້າໃນໂລກ, ຊ່ວຍໃຫ້ລະບົບນີ້ບໍ່ພຽງແຕ່ແມ່ນສາງເກັບກຳຂໍ້ມູນເທົ່ານັ້ນ, ຫາກຍັງມີຄວາມສາມາດເຊື່ອມຕໍ່ກັບບັນດາພື້ນຖານດີຈີຕອນອື່ນ.
ສິ່ງທີ່ໜ້າສົນໃຈ, ເປັນຄັ້ງທຳອິດທີ່ປັນຍາປະດິດ (AI) ໄດ້ນຳໃຊ້ຢ່າງເລິກເຊິ່ງ, ກວ້າງຂວາງ, ຊ່ວຍຮັບປະກັນຄຸນນະພາບດ້ານຂໍ້ມູນ ແລະການຂຸດຄົ້ນຢ່າງມີປະສິດທິຜົນ, ຊັດເຈນ.
ໃນໄລຍະຈະມາເຖິງ, ຮາກຖານຂໍ້ມູນແຫ່ງຊາດກ່ຽວກັບກົດໝາຍນີ້ຈະໄດ້ຮັບການກຳນົດສ້າງເປັນຮູບແບບພື້ນຖານພູມປັນຍານິຕິກຳດີຈີຕອນ.
ໂດຍ: ກວຽດເຕິມ