ເພີ່ມທະວີການຮ່ວມມືດ້ານເຕັກໂນໂລຢີຊີວະສາດ ຫວຽດນາມ-ກູບາ, ມຸ່ງໄປເຖິງການພັດທະນາແບບຍືນຍົງ
ກປ.ອອນໄລ - ວັນທີ 21 ເມສາ, ການພົບປະສື່ມວນຊົນກັບທ່ານ ປອ C.Santiago Duenas, ຮອງປະທານ BioCubafarma ຮັບຜິດຊອບເຕັກໂນໂລຢີຊີວະສາດ, ໄດ້ຈັດຂຶ້ນຢູ່ສະຖານທູດ ກູບາ ປະຈໍາ ຫວຽດນາມ ດ້ວຍຈຸດປະສົງ ເພື່ອແນະນໍາການພັດທະນາຫຼ້າສຸດໃນຂົງເຂດເຕັກໂນໂລຢີຊີວະສາດຂອງກູບາ ແລະແບ່ງປັນກ່ຽວກັບກາລະໂອກາດຮ່ວມມືສອງຝ່າຍລະຫວ່າງສອງປະເທດໃນຂົງເຂດຍຸດທະສາດນີ້. ເຫດການນີ້ມີການເຂົ້າຮ່ວມຂອງທ່ານ Rogelio Polanco Fuentes ເອກອັກຄະລັດຖະທູດກູບາ ປະຈໍາ ຫວຽດນາມ.
ກ່າວຄໍາເຫັນທີ່ເຫດການ, ທ່ານ ປອ C.Santiago Duenas ໃຫ້ຮູ້ວ່າ ທ່າແຮງຂອງກູບາ ໃນຂົງເຂດເຕັກໂນໂລຢີຊີວະຊາດ, ພິເສດແມ່ນແພດສາດ ແລະການຢາ. ປະຈຸບັນ, ຜະລິດຕະພັນຕ່າງໆຂອງຂະແໜງໄດ້ມີໜ້າຢູ່ກວ່າ 70 ປະເທດ, ຮັບໃຊ້ຈາກການກວດກາ-ຄັດກອງ, ສະກັດກັ້ນ ຈົນເຖິງການບົ່ງມະຕິພະຍາດ ແລະປິ່ນປົວພະຍາດ. ກູບາ ກໍ່ມີລະບົບຄົ້ນຄວ້າ-ຜະລິດຢ່າງຄົບຊຸດດ້ວຍຊັບພະຍາກອນທີ່ມີຄຸນນະພາບສູງປະມານ 15.000 ຄົນ, ພ້ອມທັງຜັນຂະຫຍາຍເກືອບ 400 ໂຄງການໃນຂົງເຂດຈຸດສຸມຕ່າງໆຄື: ເນື້ອງອກ, ພະຍາດຕິດແປດ ແລະພະຍາດເບົາຫວານ.
    |
 |
|
ທ່ານ ປອ C. Santiago Duenas ຮອງປະທານ BioCubafarma ແລະທ່ານ Rogelio Polanco Fuentes ເອກອັກຄະລັດຖະກູບາ ປະຈໍາ ຫວຽດນາມ ແລກປ່ຽນທີ່ການພົບປະກັບສື່ມວນຊົນ. ພາບ: qdnd.vn |
ສໍາລັບຫວຽດນາມ, ກູບາ ມີມູນເຊື້ອການຮ່ວມມືອັນຍາວນານໃນຂົງເຂດນີ້, ພິເສດໃນການຖ່າຍທອດເຕັກໂນໂລຢີ, ຄົ້ນຄວ້າ ແລະພັດທະນາ ຜະລິດຕະພັນໃໝ່. ປະຈຸບັນ, ຫວຽດນາມ ພວມຍູ້ແຮງເຕັກໂນໂລຢີຊີວະສາດ, ມຸ່ງໄປເຖິງການຍົກສູງຄວາມສາມາດເປັນເຈົ້າຕົນເອງໃນການຜະລິດວັກຊິນ, ການຢາ ແລະຜະລິດຕະພັນຊີວະສາດຕ່າງໆ. ທ່ານຫວັງວ່າ ສອງຝ່າຍສາມາດຊຸກຍູ້ການສ້າງຕັ້ງບໍລິສັດຮ່ວມທຸລະກິດດ້ວຍຮູບແບບໄຫວພິບເພື່ອແນໃສ່ເພີ່ມທະວີການຄົ້ນຄວ້າລວມ ແລະແບ່ງປັນແຫຼ່ງກໍາລັງ.
ຄຽງຂ້າງກັນນັ້ນ, ການເພີ່ມທະວີການເຊື່ອມຕໍ່ວິສາຫະກິດ ໄດ້ຮັບການຕີລາຄາວ່າ ແມ່ນປັດໄຈສໍາຄັນເພື່ອຫັນຂໍ້ຕົກລົງຮ່ວມມືສະບັບຕ່າງໆໃຫ້ປະກົດຜົນເປັນຈິງ. ທ່ານ ປອ C.Santiago Duenas ສະແດງຄວາມປາດຖະໜາວ່າ ບັນດາຝ່າຍ ຈະສືບຕໍ່ຮັກສາການແລກປ່ຽນ, ຫັນບັນດາລາຍການ, ໂຄງການເປັນລະອຽດ.
ໂດຍ: ໄຊນີດາ