ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ:
ອະນຸລັກຮັກສາວັດທະນະທຳຕ້ອງຕິດພັນກັບການພັດທະນາການຫາເງິນລ້ຽງຊີບ
ກປ.ອອນໄລ - ເນື່ອງໃນໂອກາດວັນວັດທະນະທຳບັນດາເຜົ່າຫວຽດນາມ (ວັນທີ 19 ເມສາ), ຕອນເຊົ້າວັນທີ 18 ເມສາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ມີການພົບປະກັບຄະນະຜູ້ແທນ ເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ນັກສິລະປິນ, ຜູ້ມີອິດທິພົນຊື່ສຽງທີ່ດີເດັ່ນລວມມີຈຳນວນ 124 ຄົນ ທີ່ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງບັນດາເຜົ່າ.
    |
 |
|
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກັບເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ນັກສິລະປິນ, ຜູ້ມີອິດທິພົນຊື່ສຽງທີ່ດີເດັ່ນໃນທົ່ວປະເທດ. ພາບ: ສໍານັກຂ່າວສານຫວຽດນາມ |
ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ: “ພ້ອມກັນຮັກສາຄວາມສະຫງົບສຸກຂອງໝູ່ບ້ານ, ປະກອບສ່ວນສະຖຽນລະພາບຈາກຂັ້ນຮາກຖານ. ຂ້າພະເຈົ້າຫວັງວ່າ ພວກລຸງ, ພວກອ້າຍເອື້ອຍ ຈະສືບຕໍ່ຂົນຂວາຍພໍ່ແມ່ປະຊາຊົນເສີມຂະຫຍາຍຈິດໃຈກຸ້ມຕົນເອງ, ເປັນເຈົ້າການບືນຕົວຂຶ້ນ, ພັດທະນາເສດຖະກິດຄອບຄົວ, ລົບລ້າງຮີດຄອງປະເພນີຫຼ້າຫຼັງ, ສ້າງຊີວິດການເປັນຢູ່ສີວິໄລ. ການອະນຸລັກຮັກສາວັດທະນະທຳຕ້ອງຕິດແໜ້ນກັບການພັດທະນາການຫາເງິນລ້ຽງຊີບ, ເປັນຕົ້ນແມ່ນການທ່ອງທ່ຽວຊຸມຊົນ, ເພື່ອໃຫ້ປະຊາຊົນທັງຮັກສາສີສັນ, ທັງຍົກສູງລາຍຮັບ, ຈາກນັ້ນສ້າງແຮງຂັບເຄື່ອນຍາວນານໃຫ້ການອະນຸລັກຮັກສາ ແລະເສີມຂະຫຍາຍວັດທະນະທໍາ. ການພັດທະນາບໍ່ພຽງແຕ່ແມ່ນມີສິ່ງໃໝ່ເພີ່ມເຕີມເທົ່ານັ້ນ, ຫາກຍັງແມ່ນຮັກສາ ແລະເສີມຂະຫຍາຍບັນດາຄຸນຄ່າອັນດີງາມທີ່ມີຢູ່ແລ້ວອີກດ້ວຍ”.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກໍ່ສະເໜີລັດຖະບານ, ບັນດາກະຊວງ, ຂະແໜງການ ແລະຄະນະພັກ, ອຳນາດການປົກຄອງທ້ອງຖິ່ນສືບຕໍ່ຊາບຊຶມຢ່າງເລິກເຊິ່ງແຜນນະໂຍບາຍຂອງພັກກ່ຽວກັບການພັດທະນາວັດທະນະທໍາໃນໄລຍະໃໝ່, ຕິດພັນກັບເປົ້າໝາຍການພັດທະນາຢ່າງໄວ ແລະຍືນຍົງຂອງປະເທດ, ຂອງທ້ອງຖິ່ນ; ພິເສດແມ່ນຕ້ອງສຸມໃສ່ສ້າງລະບອບລະບຽບການ, ນະໂຍບາຍກ່ຽວກັບວັດທະນະທຳໃຫ້ສົມບູນແບບຕາມທິດຄົບຊຸດ, ໃກ້ຊິດກັບພຶດຕິກໍາຕົວຈິງ; ໃຫ້ບຸລິມະສິດແຫຼ່ງກໍາລັງໃຫ້ວັດທະນະທໍາຮາກຖານ, ເປັນຕົ້ນແມ່ນເຂດຊົນເຜົ່າສ່ວນໜ້ອຍ, ເຂດພູດອຍ.
ໂດຍ: ເຈິ່ນຮວ່ຽນ