leftcenterrightdel
ຜະລິດຕະພັນກະເສດຫວຽດນາມ ໄດ້ຂົນສົ່ງຮອດສະໜາມບິນ. ພາບ: ສໍານັກຂ່າວສານຫວຽດນາມ

ແມ່ນຄັ້ງທໍາອິດກຸ່ມບໍລິສັດນໍາໃຊ້ທາງການບິນ ເພື່ອນໍາເຂົ້າຜະລິດຕະພັນກະເສດຈາກຫວຽດນາມ, ໃນສະພາບການເຄື່ອນໄຫວ logistics ຢູ່ຕາເວັນອອກກາງ ພວມມີການຜັນແປຫຼາຍຢ່າງ. ເຖິງວ່າຄ່າໃຊ້ຈ່າຍສູງກວ່າ, ແຕ່ Lulu ຍັງເລືອກເຟັ້ນແບບວິທີນີ້ເພື່ອແນໃສ່ຮັບປະກັນແຫຼ່ງສະໜອງໃຫ້ລະບົບຈໍາໜ່າຍເປັນປົກກະຕິ, ພ້ອມທັງຮັກສາຄໍາໝັ້ນສັນຍາໜູນຊ່ວຍຜະລິດຕະພັນກະເສດຫວຽດນາມ ເຂົ້າເຖິງຕະຫຼາດຕາເວັນອອກກາງ.

ສິນຄ້າຄັ້ງນີ້ລວມມີໝາກໄມ້ຊະນິດຕ່າງໆ ແລະຜະລິດຕະພັນກະເສດທີ່ມີຄຸນນະພາບສູງຈາກພາກໃຕ້ຫວຽດນາມ, ຄື: ໝາກນາວ, ມັງກອນ, ໝາກກ້ຽງໃຫຍ່, ໝາກມີ້. ພາຍຫຼັງມາຮອດ UAE, ຜະລິດຕະພັນຈະຖືກແຈກຢາຍຢູ່ຕະຫຼາດນີ້ ແລະທົ່ວພາກພື້ນຕາເວັນອອກກາງ ໂດຍຜ່ານລະບົບສັບພະສິນຄ້າຂອງ Lulu. ຕາມການຕີລາຄາຈາກຝ່າຍ Lulu ໃຫ້ເຫັນວ່າ ຜະລິດຕະພັນກະເສດສົດ ແລະອາຫານປຸງແຕ່ງຂອງຫວຽດນາມ ໄດ້ຕີລາຄາສູງກ່ຽວກັບຄຸນນະພາບ. ບັນດາຜະລິດຕະພັນ, ຄື: ໝາກມ່ວງຫິມະພານ, ກາເຟ ແລະເຄື່ອງເທດພິເສດທີ່ຜູ້ບໍລິໂພກ ຕາເວັນອອກກາງ ນິຍົມ. Lulu Group International ມີສໍານັກງານຢູ່ Abu Dhabi, ປະຈຸບັນເຄື່ອນໄຫວລະບົບການຂາຍຍ່ອຍຢູ່ໃນຫຼາຍກວ່າ 23 ປະເທດ ຢູ່ຕາເວັນອອກກາງ, ອາຊີ ແລະເອີລົບ, ດ້ວຍລາຍຮັບປະຈໍາປີກວ່າ 8 ຕື້ໂດລາສະຫະລັດ.

ໂດຍ: ເຈິ່ນຮວ່ຽນ