ຝ່າຍກະຊວງປ້ອງກັນປະເທດລາວ ມີທ່ານພົນເອກ ຄໍາລຽງ ອຸທະໄກສອນ, ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ; ທ່ານພົນໂທ ສາຍໃຈ ກົມມະສິດ, ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ.

leftcenterrightdel
 
leftcenterrightdel
 
leftcenterrightdel
ໂດຍໄດ້ຮັບການມອບສິດຈາກປະທານປະເທດຫວຽດນາມ, ທ່ານພົນເອກ ຫງວຽນເຕິນເກືອງ ປະດັບຫຼຽນໄຊຂອງລັດຫວຽດນາມ ໃຫ້ແກ່ກົມກອງລວມໝູ່ ແລະບຸກຄົນ ຂອງກອງທັບປະຊາຊົນລາວ. ພາບ: qdnd.vn

ທີ່ພິທີ, ທ່ານພົນເອກ ຫງວຽນເຕິນເກືອງ ຖືວ່າ ນໍ້າໃຈສາມັກຄີມິດຕະພາບອັນໃສແຈ້ງ, ເປັນແບບຢ່າງ, ສັດຊື່ບໍລິສຸດຜຸດຜ່ອງລະຫວ່າງຫວຽດນາມ ແລະລາວ ເປັນຊັບສົມບັດອັນລໍ້າຄ່າຂອງສອງຊາດ ເຊິ່ງການນໍາລຸ້ນຕ່າງໆຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ໄດ້ທຸ້ມເທເຫື່ອແຮງກໍ່ຕັ້ງ, ຮັກສາ ແລະເພີ່ມພູນຄູນສ້າງດ້ວຍເຫື່ອແຮງ ແລະເລືອດເນື້ອຂອງປະຊາຊົນສອງປະເທດ, ໃນນັ້ນມີການເສຍສະຫຼະຊີວິດອັນພິລະອາດຫານຂອງພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ.

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn

ຄວາມເປັນຈິງໄດ້ພິສູດໃຫ້ເຫັນວ່ານໍ້າໃຈສາມັກຄີ, ສາຍພົວພັນແບບພິເສດລະຫວ່າງ ຫວຽດນາມ ແລະລາວ ແມ່ນສາຍພົວພັນທີ່ຫາຍາກໃນປະຫວັດສາດໂລກ. ຊາຕາກຳຂອງສອງປະເທດ ຍາມໃດກໍ່ສະໜິດຕິດພັນຢ່າງໝັ້ນແກ່ນ, ສະຖຽນລະພາບ ແລະການພັດທະນາຂອງປະເທດນີ້ກໍ່ແມ່ນເງື່ອນໄຂ ແລະແຮງຂັບເຄື່ອນໃຫ້ແກ່ສະຖຽນລະພາບ ແລະການພັດທະນາຂອງປະເທດອື່ນ. ເລື່ອງລັດຫວຽດນາມ ປະດັບຫຼຽນໄຊເອກະລາດ, ຫຼຽນໄຊມິດຕະພາບໃຫ້ແກ່ 5 ກົມກອງລວມໝູ່ ແລະ 39 ບຸກຄົນຂອງກະຊວງປ້ອງກັນປະເທດລາວ ເພື່ອເປັນການຮັບຮູ້ການປະກອບສ່ວນສຳຄັນຂອງກອງທັບປະຊາຊົນລາວ ໃນການກໍ່ສ້າງ ແລະເພີ່ມທະວີສາຍພົວພັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດລະຫວ່າງສອງປະເທດ ຫວຽດນາມ-ລາວ, ລາວ-ຫວຽດນາມ”. ພ້ອມທັງສືບຕໍ່ຢືນຢັນ ແລະປະກອບສ່ວນເຮັດໃຫ້ສາຍພົວພັນສະໜິດຕິດພັນ, ສັດຊື່ບໍລິສຸດ, ຄວາມສາມັກຄີແບບພິເສດຂອງສອງພັກ, ສອງລັດ, ປະຊາຊົນ ແລະກອງທັບສອງປະເທດເລິກເຊິ່ງກວ່າອີກ.

leftcenterrightdel
ທ່ານພົນໂທ ສາຍໃຈ ກົມມະສິດ ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີ, ທ່ານພົນໂທ ສາຍໃຈ ກົມມະສິດ ເນັ້ນໜັກວ່າ: ລາວ ແລະຫວຽດນາມ ແມ່ນສອງປະເທດອ້າຍນ້ອງທີ່ມີສະພາບການອັນດຽວກັນ, “ຮ່ວມເປັນຮ່ວມຕາຍ, ເຂົ້າເມັດຫັກຜັກເສັ້ນໜຶ່ງ ກໍແບ່ງປັນກັນກິນ”, ມີສາຍພົວພັນສາມັກຄີແບບພິເສດ ໄດ້ຮັບການກໍ່ສ້າງໂດຍປະທານໂຮ່ຈີມິນ ແລະປະທານ ໄກສອນ ພົມວິຫານ. ໃນຕະຫຼອດຫຼາຍສິບປີຜ່ານມາ, ສາຍພົວພັນທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດ ຍັງສືບຕໍ່ໄດ້ຮັບການຮັກສາ ແລະນັບມື້ນັບພັດທະນາ.

ສໍາລັບບຸກຄົນ,  ກົມກອງລວມໝູ່ ທີ່ໄດ້ຮັບການຍ້ອງຍໍຊົມເຊີຍໃນຄັ້ງນີ້, ທ່ານພົນໂທ ສາຍໃຈ ກົມມະສິດ ເຊື່ອໝັ້ນວ່າ ໝາກຜົນວຽກງານ ແລະການໜູນຊ່ວຍຂອງບັນດາສະຫາຍ ຈະປະກອບສ່ວນຊ່ວຍໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດລະຫວ່າງສອງພັກ, ສອງລັດ, ກອງທັບ ແລະ ປະຊາຊົນສອງປະເທດ ສືບຕໍ່ໄດ້ຮັບການປັບປຸງ, ນັບມື້ນັບເກີດດອກອອກຜົນ, “ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ”. 

* ຕອນບ່າຍວັນທີ 23 ເມສາ, ທ່ານພົນເອກ ຫງວຽນເຕິນເກືອງ ແລະທ່ານພົນໂທ ສາຍໃຈ ກົມມະສິດ ໄດ້ເຂົ້າຮ່ວມພິທີເປີດນໍາໃຊ້ສໍານັກງານກອງບັນຊາການທະຫານຊາຍແດນລາວ. ໂຄງການດັ່ງກ່າວໄດ້ຮັບການລົງມືກໍ່ສ້າງໃນປີ 2024 ເຊິ່ງແມ່ນໜຶ່ງໃນບັນດາໂຄງການ ທີ່ ກະຊວງປ້ອງກັນປະເທດສອງປະເທດ ໄດ້ ແລະພວມຮ່ວມມືຜັນຂະຫຍາຍໃນໄລຍະຜ່ານມາ, ເປັນສັນຍາລັກແຫ່ງສາຍພົວພັນແບບພິເສດລະຫວ່າງກອງທັບປະຊາຊົນຫວຽດນາມ ແລະກອງທັບປະຊາຊົນລາວ.

leftcenterrightdel
ບັນດາຜູ້ແທນ ປະຕິບັດພິທີເປີດນໍາໃຊ້ສໍານັກງານກອງບັນຊາການທະຫານຊາຍແດນລາວ. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີ, ທ່ານພົນເອກ ຫງວຽນເຕິນເກືອງ ປາດຖະໜາວ່າ ພາຍຫຼັງນໍາເຂົ້າໃຊ້ງານ ໂຄງການດັ່ງກ່າວ ຈະຊ່ວຍໃຫ້ພະນັກງານ, ນັກຮົບກອງບັນຊາການທະຫານຊາຍແດນລາວ ມີເງື່ອນໄຂດ້ານພື້ນຖານວັດຖຸທີ່ສະດວກເພື່ອເຮັດວຽກໃຫ້ດີກວ່າ, ປະກອບສ່ວນສໍາຄັນຊ່ວຍໃຫ້ກອງບັນຊາການ ປະຕິບັດສໍາເລັດໜ້າທີ່ເປັນເສນາທິການໃຫ້ການນໍາກະຊວງປ້ອງກັນປະເທດ,  ກົມໃຫຍ່ເສນາທິການສອງປະເທດກ່ຽວກັບວຽກງານປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢູ່ເຂດຊາຍແດນ. ກະຊວງປ້ອງກັນປະເທດ,  ກົມໃຫຍ່ເສນາທິການກອງທັບສອງປະເທດ ຈະສ້າງເງື່ອນໄຂສະດວກທີ່ສຸດ ເພື່ອໃຫ້ທະຫານຊາຍແດນສອງປະເທດ ສືບຕໍ່ເພີ່ມທະວີການຮ່ວມມື, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນ ຫວຽດນາມ-ລາວ ແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງ.

* ແລະກໍ່ໃນວັນດຽວກັນ, ທ່ານພົນເອກ ຫງວຽນເຕິນເກືອງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນຫວຽດນາມ ໄດ້ໄປຢ້ຽມຢາມບໍລິສັດ Star Telecom (Unitel) ຂຶ້ນກັບກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel). 

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ມອບຂອງຂວັນໃຫ້ແກ່ບໍລິສັດ Star Telecom. ພາບ: qdnd.vn

ທ່ານພົນເອກ ຫງວຽນເຕິນເກືອງ ຮຽກຮ້ອງໃຫ້ Unitel ສືບຕໍ່ຮັກສາຄວາມສາມັກຄີ, ເປັນເອກະພາບ; ເອົາໃຈໃສ່ເຖິງການບໍາລຸງກໍ່ສ້າງຊັບພະຍາກອນມະນຸດ ໃຫ້ມີຄຸນທາດການເມືອງອັນໜັກແໜ້ນ; ຄົ້ນຄວ້າ, ປະດິດສ້າງ ແລະລົງທຶນເຂົ້າໃນເຕັກໂນໂລຢີໃໝ່ຢ່າງບໍ່ຢຸດຢັ້ງເພື່ອ ຮັກສາອັນດັບ 1 ກ່ຽວກັບອັດຕາສ່ວນຕະຫຼາດ ກໍ່ຄືສືບຕໍ່ພາລະກຳສ້າງ Unitel ກາຍເປັນວິສາຫະກິດໂທລະຄົມມະນາຄົມ-ບໍລິການດີຈີຕອນແຖວໜ້າຢູ່ຕະຫຼາດລາວ. ພ້ອມທັງສືບຕໍ່ປະຕິບັດລາຍການຮັບປະກັນຊີວິດສັງຄົມ, ປະກອບສ່ວນໃຫ້ແກ່ປະຊາຄົມ, ແຜ່ຂະຫຍາຍຄຸນຄ່າວັດທະນະທຳພາຍໃນໃຫ້ບັນດາວິສາຫະກິດຢູ່ ລາວ, ພິເສດແມ່ນວິສາຫະກິດຫວຽດນາມ ຢູ່ລາວ.

ໂດຍ: ເຈິ່ນຮວ່ຽນ