leftcenterrightdel
ການ​ແຂ່ງ​ຂັນຊ່ວງ​ເຮືອ​ຢູ​່​ທະ​ເລດ່າ​ໜັງ ຈະ​ດຳ​ເນີນ​ໃນ​ວັນ​ທີ 27 ເມສາ ຈະ​ມາ​ເຖິງ. ພາບ: vov.vn

ນັບ​ແຕ່​ກາງ​ເດືອນ ເມ​ສາ, ນ​ະ​ຄອນດ່າ​ໜັງ ໄດ້​ຈັດ​ 2 ງານ​ວາງ​ສະ​ແດງ​ທີ່​ພົ້ນ​ເດັ່ນພາຍ​ໃຕ້ຫົວ​ຂໍ້ “ສີ​ສັນ​ດິນ​ແດນກວ໋າງ” (ແຕ່​ວັນ​ທີ 15 ເມ​ສາ ຫາ​ວັນ​ທີ 5 ພຶດ​ສະ​ພາ), ຢູ່​ຫໍ​ພິ​ພິ​ທະ​ພັນວິ​ຈິດ​ສິນ ດ່າ​ໜັງ ແລະ “ຈຸດ​ຕັດ​ໄຂ່ວຫວຽດ​ນາມ” (ດໍາເນີນແຕ່​ວັນ​ທີ 17 ເມ​ສາ ຫາ​ວັນ​ທີ 17 ພຶດ​ສະ​ພາ) ຢູ່​ຫໍ​ພິ​ພິ​ທະ​ພັນດ່າ​ໜັງ. ນະ​ທີ່​ນີ້, ໄດ້​ວາງ​ສະ​ແດງ​ພາບ​ຖ່າຍ, ພາບ​ແຕ້ມ, ເອ​ກະ​ສານທີ່​ກ່ຽວ​ຂ​້ອງ​ເຖິ​ງວັດ​ທະ​ນະ​ທຳ, ຊາວກ​ວ໋າງ ແລະຈັງ​ຫວະ​ຊີ​ວິດ​ຍຸກ​ປັດ​ຈຸ​ບັນ. ເນື່ອງ​ໃນ​ໂອ​ກາດ​ນີ້, ນະ​ຄອນດ່າ​ໜັງ ຍັງ​ຈັດ​ງານ​ບຸນ​ຊຸດ​ເສື້ອ​ຍາວດ່າ​ໜັງ (ແຕ່​ວັນ​ທີ 23 ເມ​ສາ ຫາ​ວັນ​ທີ 26 ພຶດ​ສະ​ພາ) ເພື່ອ​ແນ​ໃສ່​ເຊີດ​ຊູ​ຄຸນ​ຄ່າ​ຂອງ​ຊຸດ​ເສື້ອ​ຍາວ, ນຳ​ມໍ​ລະ​ດົກ​ເຂົ້າ​​ໃນຈັງ​ຫວະ​ຊີ​ວິດ​ທີ່ທັນ​ສະ​ໄໝ, ສ້າງ​ການ​ສຳ​ຜັດ​ວັດ​ທະ​ນະ​ທຳ​ທີ່​ມີ​ຊີ​ວິດ​ຊີ​ວາ​ຢູ່​ທ່າມ​ກາງ​ຕົວ​ເມືອງ. ຈຸດ​ເນັ້ນ​ໜັກ​ແມ່ນ​ເຫດ​ການເປີດ​ສະຫຼອງ​ລະ​ດູ​ທ່ອງ​ທ່ຽວ​ທະ​ເລດ່າ​ໜັງ ປີ 2026.

ທ່ານ​ນາງ ຫງວຽນ​ທິ​ຮ​ວ່າຍ​ອານ, ຮອງ​ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະທ່ອງ​ທ່ຽວ​ນະ​ຄອນດ່າ​ໜ​ັງ​ ໃຫ້​ຮູ້​ວ່າ: “ພວກ​ຂ້າ​ພະ​ເຈົ້າ​ກຳ​ນົດ​ວ່າ ຕ້ອງ​ຫັນ​ຜະ​ລິດ​ຕະ​ພັນ​ຢູ່​ທ້ອງ​ຖິ່ນ​ເປັນຫຼາຍ​ຮູບຫຼາຍ​ແບບ, ສ້າງ​ຄຸນ​ຄ່າ​ແກ່ງແຍ່ງໃຫ້​ແກ່​ສະ​ຖານ​ທີ່​ທ່ອງ​ທ່ຽວ, ເພື່ອ​ໃຫ້​ແຂກ​ທ່ອງ​ທ່ຽວມີ​ການ​ລົງ​ຕົວ​ຈິງ​ທີ່​​ລົງ​ເລິກກວ່າ​ອີກ ແລະມີ​ຄວາມ​ໝາຍກວ່າ​ອີກ​ໃນ​​ໄລ​ຍະ​ທ່ອງ​ທ່ຽວ​ຢູ່ນະ​ຄອນດ່າ​ໜັງ. ນີ້​ກໍ​ແມ່ນ​ທິດ​ທາ​ງ​ທີ່​ຖືກ​ຕ້ອງ​ທີ່​ສຸດ, ທ່າ​ອ່ຽງ​ໃນ​ປັດ​ຈຸ​ບັນແມ່ນ​ມີ​ແຂກ​ທ່ອງ​ທ່ຽວຫຼາຍ​ຄົນ​ນັບ​ມື້​ນັບ​ຊອກ​ຫາ​​ຄຸນ​ຄ່າ​ແກ່ນ​ສານ ແລະ ຄວາມ​ຮູ້​ສຶກ​ສະ​ໜິດ​ຕິດ​ພັນ​ກັບ​ຈຸດ​ໝາຍ​ປາຍ​ທາງຢ່າງ​ແທ້​ຈິງ”.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ