ຫວຽດນາມ ແລະສະຫະພັນລັດເຊຍ ມີຈຸດຄ້າຍຄືກັນກ່ຽວກັບການພັດທະນາໂດຍອີງໃສ່ກຳລັງແຮງພາຍໃນ
ກປ.ອອນໄລ - ວັນທີ 9 ເມສາ, ສໍານັກຂ່າວສານ Sputnik ໄດ້ລົງເນື້ອໃນການຕອບສຳພາດຂອງທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ, ໃນນັ້ນໄດ້ຕີລາຄາການພັດທະນາໂດຍອີງໃສ່ກຳລັງແຮງພາຍໃນແມ່ນຈຸດຄ້າຍຄືກັນລະຫວ່າງຫວຽດນາມ ກັບສະຫະພັນລັດເຊຍ.
ເມື່ອແລກປ່ຽນກັບສໍານັກຂ່າວສານ Sputnik ຢູ່ນອກເວທີປາໄສເສດຖະກິດຫວຽດນາມ-ສະຫະພັນລັດເຊຍ ທີ່ຈັດຂຶ້ນຢູ່ຮ່າໂນ້ຍ. ທ່ານຮອງລັດຖະມົນຕີ ຫງວຽນມິງຫວູ ຖືວ່າ ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ການເສີມຂະຫຍາຍກຳລັງແຮງພາຍໃນກາຍເປັນປັດໄຈທີ່ມີລັກສະນະຕັດສິນສຳລັບການພັດທະນາຂອງແຕ່ລະປະເທດ.
    |
 |
|
ບັນຍາກາດທີ່ເວທີປາໄສເສດຖະກິດຫວຽດນາມ-ສະຫະພັນລັດເຊຍ 2026. ພາບ: vov.vn |
ທ່ານຮອງລັດຖະມົນຕີ ຫງວຽນມິງຫວູ ຊີ້ແຈ້ງວ່າ: “ເວທີປາໄສເສດຖະກິດຫວຽດນາມ-ສະຫະພັນລັດເຊຍ ຄັ້ງນີ້ມີຄວາມໝາຍສຳຄັນໃນສະພາບການປະຈຸບັນ. ເວທີປາໄສດັ່ງກ່າວໄດ້ສຸມໃສ່ບັນຫາຫຼັກ, ນັ້ນແມ່ນເຮັດຈັ່ງໃດເພື່ອຮັບປະກັນ ແລະເສີມຂະຫຍາຍກຳລັງແຮງພາຍໃນໃນສະພາບການພັດທະນາໃໝ່. ນີ້ກໍ່ແມ່ນຈຸດທີ່ຄ້າຍຄືກັນລະຫວ່າງຫວຽດນາມ ກັບສະຫະພັນລັດເຊຍ ເມື່ອທັງສອງປະເທດລ້ວນແຕ່ພັດທະນາໂດຍອີງໃສ່ກໍາລັງແຮງພາຍໃນຂອງຕົນ. ພຶດຕິກໍາຕົວຈິງໄດ້ພິສູດໃຫ້ເຫັນວ່າ ໃນຕະຫຼອດວິວັດການປ່ຽນແປງໃໝ່. ຫວຽດນາມ ໄດ້ມີການປະຕິຮູບຫຼາຍຢ່າງບົນຈິດໃຈເສີມຂະຫຍາຍກຳລັງແຮງພາຍໃນ. ສິ່ງດັ່ງກ່າວສວມບົດບາດຕັດສິນ, ປະກອບສ່ວນຊ່ວຍປະເທດບັນລຸໄດ້ຜົນງານຫຼາຍຢ່າງ. ໃນຂະນະນັ້ນ, ສະຫະພັນລັດເຊຍ ແມ່ນໜຶ່ງໃນບັນດາປະເທດທີ່ມີພື້ນຖານວິທະຍາສາດ ແລະເຕັກໂນໂລຢີພັດທະນາທີ່ສຸດ, ພິເສດແມ່ນໃນການຄົ້ນຄວ້າໂດຍພື້ນຖານ”.
ໂດຍ: ໄຊຍະເວດ ແກ້ວມະນີ