ເລື່ອງຫວຽດນາມ ເຂົ້າຮ່ວມກໍາລັງຮັກສາສັນຕິພາບ ສປຊ ເປັນບາດກ້າວເດີນທີ່ສໍາຄັນໃນຂະບວນວິວັດແຫ່ງການເປີດປະຕູ, ເຊື່ອມໂຍງ, ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງປະເທດ ຕໍ່ກັບສັນຕິພາບ ແລະຄວາມໝັ້ນຄົງທົ່ວໂລກ. ບົນພື້ນຖານແຜນນະໂຍບາຍຂອງພັກ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ໜ້າທີ່ສ້າງຕັ້ງໂຮງໝໍກາງສະໜາມ ຂັ້ນ 2 ໄດ້ຮັບການຜັນຂະຫຍາຍປະຕິບັດ. ໃນໄລຍະຕົ້ນ, ໂຮງໝໍກອງທັບ 175 ໄດ້ຮັບມອບໝາຍໃຫ້ເປັນເຈົ້າພາບຈັດຕັ້ງ, ຜັນຂະຫຍາຍໂຮງໝໍກາງສະໜາມຂັ້ນ 2 ເລກ 1, ປະກອບສ່ວນສ້າງພື້ນຖານໃຫ້ແກ່ໄລຍະທາງເຂົ້າຮ່ວມຮັກສາສັນຕິພາບຂອງແພດທະຫານຫວຽດນາມ.

leftcenterrightdel
ແພດທະຫານໂຮງໝໍກາງສະໜາມ ຂັ້ນ 2 ເລກ 7 ໃຫ້ຄໍາປຶກສາດ້ານສຸຂະພາບ ແລະມອບຂອງຂວັນໃຫ້ປະຊາຊົນຢູ່ຊູດັງໃຕ້. ພາບ: ໝີແຮ້ງ.

ຕາມທ່ານພົນຈັດຕະວາ ຮສຈ, ປອ, ແພດໝໍປະຊາຊົນ ຫງວຽນຮົ່ງເຊີນ, ອະດີດຜູ້ອໍານວຍການໂຮງໝໍກອງທັບ 175 ແລ້ວ, ນີ້ແມ່ນໜ້າທີ່ອັນໃໝ່ອ່ຽມ. ການຜັນຂະຫຍາຍໂຮງໝໍກາງສະໜາມຕາມມາດຖານຂອງ ສປຊ ຮຽກຮ້ອງ ແມ່ນມີຄວາມແຕກຕ່າງກັນຫຼາຍກັບການຈັດຕັ້ງໂຮງໝໍກາງສະໜາມໃນໄລຍະຕໍ່ສູ້, ອອກນອກເມືອງ ຫຼື ກູ້ຊີບ-ກູ້ໄພ. ນັບແຕ່ການຈັດຕັ້ງ, ການບັນຈຸ, ກໍາລັງຄວາມສາມາດດ້ານວິຊາສະເພາະ, ອຸປະກອນດ້ານພະລາທິການ, ເຕັກນິກ, ການເຄື່ອນໄຫວ ຕະຫຼອດຮອດພາສາ, ທັກສະເຮັດວຽກສາກົນ, ຄວາມເຂົ້າໃຈກົດໝາຍ, ວັດທະນະທໍາ, ສາສະໜາຂອງ ທ້ອງຖິ່ນເດີມ... ທັງໝົດເຫຼົ່ານີ້ລ້ວນແຕ່ຕ້ອງຜ່ານການກວດກາຢ່າງເຄັ່ງຄັດຂອງສປຊ. ຈາກສະພາບຕົວຈິງນັ້ນ, ຂະແໜງການແພດກອງທັບ ໄດ້ກະກຽມຢ່າງຮອບຄອບຖີ່ຖ້ວນ, ຄັດເລືອກບຸກຄະລາກອນ, ຈັດຕັ້ງການອົບຮົມຫັດແອບຢ່າງຄົບຊຸດໃນທຸກດ້ານ ເພື່ອຕອບສະໜອງຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່.

ວັນທີ 1 ຕຸລາ 2018 ເປັນຂີດໝາຍອັນສໍາຄັນ, ກໍາລັງແພດທະຫານຫວຽດນາມ ຂຶ້ນກັບໂຮງໝໍກາງສະໜາມຂັ້ນ 2 ເລກ 1 ໄດ້ເດີນທາງໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ Bentiu, ຊູດັງໃຕ້, ສ້າງຂີດໝາຍທໍາອິດໃຫ້ແກ່ຫວຽດນາມ ເຂົ້າຮ່ວມກໍາລັງຮັກສາສັນຕິພາບ ສປຊ ດ້ວຍຂະໜາດເປັນກົມກອງ. ຈາກນັ້ນມາ, ບັນດາໂຮງໝໍກາງສະໜາມ ໄດ້ຮັບການຜັນຂະຫຍາຍປະຕິບັດຕໍ່ໄປຕາມລໍາລັບ, ສ້າງການສືບຕໍ່ ອັນໜັກແໜ້ນຂອງແພດທະຫານຫວຽດນາມ ໃນພາລະກຳສາກົນພິເສດນີ້.

leftcenterrightdel
ແພດທະຫານໂຮງໝໍກາງສະໜາມ ຂັ້ນ 2 ເລກ 7 ທຳການ ຜ່າຕັດ ໃຫ້ແກ່ຄົນເຈັບຢູ່ຊູດັງໃຕ້. ພາບ: ໝີແຮ້ງ.

ກໍຕາມທ່ານພົນຈັດຕະວາ ຫງວຽນຮົ່ງເຊີນ ແລ້ວ, ຂີດໝາຍອັນພົ້ນເດັ່ນຂອງແພດທະຫານຫວຽດນາມ ແມ່ນຄຸນນະພາບດ້ານວິຊາສະເພາະໃນເງື່ອນໄຂກາງສະໜາມ. ບັນດາໂຮງໝໍກາງສະໜາມຂອງຫວຽດນາມ ໄດ້ປະຖົມພະຍາບານ, ປິ່ນປົວສໍາເລັດຫຼາຍພະຍາດພາຍໃນ, ພະຍາດຕິດແປດທີ່ສັບສົນ, ການຜ່າຕັດທີ່ຍາກ; ພ້ອມທັງເສີມຂະຫຍາຍຢ່າງມີປະສິດທິຜົນກໍາລັງຄວາມສາມາດຂົນສົ່ງສຸກເສີນທາງການບິນ. ພ້ອມກັນນັ້ນແມ່ນຄວາມຮັບຜິດຊອບ, ລັກສະນະມີລະບຽບວິໄນ, ການປະພຶດແບບມະນຸດສະທໍາ ແລະຄວາມສາມາດເຊື່ອມຕົວເປັນຢ່າງດີກັບສະພາບແວດລ້ອມ ນາໆຊາດ...

ພຶດຕິກຳຕົວຈິງກວ່າ 10 ປີຜ່ານມາ ໄດ້ສະແດງໃຫ້ເຫັນວ່າ ແພດທະຫານຫວຽດນາມ ໄດ້ປະຕິບັດສໍາເລັດບົດບາດໃນການເຄື່ອນໄຫວຮັກສາສັນຕິພາບ ສປຊ ເປັນຢ່າງດີ. ສປຊ ໄດ້ສົ່ງໜັງສືຂອບໃຈ ມາຍັງລັດຖະບານຫວຽດນາມ; ບັນດາກົມກອງຂອງຫວຽດນາມ ໄດ້ຮັບຫຼຽນໄຊຮັກສາສັນຕິ ພາບ ສປຊ, ໄດ້ຮັບການຕີລາຄາສູງດ້ານວິຊາສະເພາະ, ມີລະບຽບວິໄນ ແລະຈິດໃຈມະນຸດສະທໍາ. ຂີດໝາຍດັ່ງກ່າວບໍ່ພຽງແຕ່ເປັນການແຜ່ຂະຫຍາຍຮູບພາບແພດທະຫານປະຕິວັດອັນດີງາມເທົ່ານັ້ນ ຫາກຍັງປະກອບສ່ວນຢັ້ງຢືນຖານະບົດບາດ, ອິດທິພົນຊື່ສຽງຂອງກອງທັບ ປະຊາຊົນຫວຽດນາມ ໃນເວທີສາກົນ ອີກດ້ວຍ.

ໂດຍ: ໄຊຊະນະ