leftcenterrightdel
ຜູ້ແທນ ແລະຄົນພິການເຂົ້າຮ່ວມລາຍການເປັນຈຳນວນຫຼວງຫຼາຍ. ພາບ: qdnd.vn

ການເຄື່ອນໄຫວດັ່ງກ່າວນອນໃນລາຍການເຊື່ອມຕົວໂດຍສູນການກະທຳແຫ່ງຊາດແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີ ແລະສິ່ງແວດລ້ອມເປັນປະທານ, ຊີ້ນໍາໂດຍກົງຈາກກະຊວງປ້ອງກັນປະເທດ, ແນໃສ່ໜູນຊ່ວຍການປັບປຸງຄຸນນະພາບຊີວິດໃຫ້ຄົນພິການຢູ່ເຂດທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກທາດພິດສີສົ້ມ/ດີໂອຊິນ. ນີ້ແມ່ນເປັນຫຼັກຖານພະຍານໃຫ້ຄວາມເອົາໃຈໃສ່ເປັນພິເສດຂອງພັກ, ລັດ ແລະກອງທັບໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ພ້ອມທັງຢືນຢັນບົດບາດນໍາໜ້າຂອງກະຊວງປ້ອງກັນປະເທດໃນການຮ່ວມມືສາກົນໃນຂົງເຂດນີ້.

ລາຍການດັ່ງກ່າວມີການເຂົ້າຮ່ວມຂອງນັກກິລາຄົນພິການ, ນັກຮຽນ, ນັກສຶກສາ ພ້ອມດ້ວຍການນໍາບັນດາຄະນະ, ກະຊວງ, ຂະແໜງການນັບຮ້ອຍຄົນ. ຄຽງຄູ່ການເຄື່ອນໄຫວກິລາ, ຄະນະຈັດຕັ້ງ ໄດ້ມອບຂອງຂວັນໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ມີສະພາບຄວາມຫຍຸ້ງຍາກ, ພ້ອມທັງເປີດງານວາງສະແດງຮູບພາບກ່ຽວກັບການຮ່ວມມື ຫວຽດນາມ-ອາເມລິກາ ໃນການໜູນຊ່ວຍຄົນພິການ. ນີ້ແມ່ນສານຢ່າງແຂງແຮງກ່ຽວກັບຈິດໃຈມະນຸດສະທຳ, ຄວາມຮັບຜິດຊອບ ແລະຄວາມຕັດສິນໃຈຂອງກະຊວງປ້ອງກັນປະເທດໃນການເດີນທາງຜ່ອນຄາຍຄວາມເຈັບປວດຈາກສົງຄາມ, ຊຸກຍູ້ການເຊື່ອມໂຍງເຂົ້າກັບປະຊາຄົມ.

ໂດຍ: ເຈິ່ນຮວ່ຽນ