ພົນເອກ ຟານວັນຢາງ ຕ້ອນຮັບ ທູດ ອາກເມນີ ປະຈໍາ ຫວຽດນາມ
ກປ.ອອນໄລ - ຕອນບ່າຍວັນທີ 22 ເມສາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບທ່ານ Suren Baghdasaryan ເອກອັກຄະລັດຖະທູດ ອາກເມນີ ປະຈໍາ ສສ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ເຊື່ອໝັ້ນວ່າ ໃນອາຍຸການປະຕິບັດໜ້າທີ່ການທູດຂອງຕົນ, ທ່ານ Suren Baghdasaryan ຈະປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນຮັດແໜ້ນກວ່າອີກການພົວພັນ ຫວຽດນາມ-ອາກເມນີ.
    |
 |
|
ທ່ານພົນເອກ ຟານວັນຢາງ ຕ້ອນຮັບທ່ານ Suren Baghdasaryan ເອກອັກຄະລັດຖະທູດ ອາກເມນີ ປະຈໍາຫວຽດນາມ. ພາບ: ຮວ່າງຫວູ. |
ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ຫວຽດນາມ ແລະອາກເມນີ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດໃນປີ 1992; ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ການພົວພັນລະຫວ່າງສອງປະເທດ ພວມພັດທະນາຢ່າງຕັ້ງໜ້າ; ຂອບໃຈອາກເມນີ ໃນເມື່ອກ່ອນຂຶ້ນກັບສະຫະພາບ ໂຊວຽດ ໄດ້ສະໜັບສະໜູນ ແລະຊ່ວຍເຫຼືອຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ພິເສດແມ່ນໜູນຊ່ວຍບໍາລຸງສ້າງພະນັກງານວິທະຍາສາດເຕັກນິກໃຫ້ແກ່ຫວຽດນາມ ນັບຫຼາຍພັນຄົນ.
    |
 |
|
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານ Suren Baghdasaryan ເອກອັກຄະລັດຖະທູດອາກເມນີ ປະຈໍາຫວຽດນາມ. ພາບ: ຮວ່າງຫວູ. |
ທ່ານພົນເອກ ຟານວັນຢາງ ຕີລາຄາສູງຜົນການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ອາກເມນີ ໃນໄລຍະຜ່ານມາ ໃນບັນດາຂົງເຂດ ຄື: ອຸດສາຫະກໍາປ້ອງກັນຊາດ, ການເກັບກູ້ລະເບີດ ເພື່ອມະນຸດສະທຳ... ທ່ານພົນເອກ ຟານວັນຢາງ ສະເໜີໃນໄລຍະຈະມາເຖິງ, ສອງຝ່າຍສົມທົບກັນຜັນຂະຫຍາຍປະຕິບັດເນື້ອໃນຮ່ວມມືຫຼັກຈໍານວນໜຶ່ງ ຄື: ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກລະດັບ; ອຸດສາຫະກໍາປ້ອງກັນຊາດ; ການຮ່ວມມືບໍາລຸງສ້າງ...
    |
 |
|
ທ່ານພົນເອກ ຟານວັນຢາງ, ທ່ານ Suren Baghdasaryan ແລະບັນດາຜູ້ແທນທີ່ການຕ້ອນຮັບ. ພາບ: ຮວ່າງຫວູ. |
ເນື່ອງໃນໂອກາດນີ້, ທ່ານພົນເອກ ຟານວັນຢາງ ໄດ້ເຊື້ອເຊີນກະຊວງປ້ອງກັນປະເທດ ອາກເມນີ ສົ່ງຄະນະການນໍາ, ວິສາຫະກິດອຸດສາຫະກໍາປ້ອງກັນຊາດ ເຂົ້າຮ່ວມ ແລະວາງສະແດງຜະລິດຕະພັນທີ່ງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ ຄັ້ງທີສາມ ເຊິ່ງຄາດວ່າ ຈະໄດ້ຈັດຕັ້ງໃນເດືອນ ທັນວາ 2026.
ສ່ວນທ່ານ Suren Baghdasaryan ຕີລາຄາສູງບົດບາດນັບມື້ນັບສໍາຄັນຂອງ ຫວຽດນາມ ໃນເວທີສາກົນ. ທ່ານ Suren Baghdasaryan ເນັ້ນໜັກວ່າ ອາກເມນີ ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດ, ໃນນັ້ນມີຂົງເຂດປ້ອງກັນຊາດ. ພ້ອມທັງຢັ້ງຢືນວ່າ ໃນຖານະຕໍາແໜ່ງຂອງຕົນ, ທ່ານ ຈະມານະພະຍາຍາມປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ ອາກເມນີ ແລະ ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ນັບມື້ນັບມີປະສິດທິຜົນ ແລະແທດຈິງ.
ໂດຍ: ໄຊຊະນະ