ທີ່ການພົບປະ, ທ່ານພົນໂທ ຫງວຽນເຈື່ອງຖັງ ແລະທ່ານ Musa Heybet ໄດ້ເຫັນດີເປັນເອກະພາບຕີລາຄາວ່າ ການປ້ອງກັນຊາດແມ່ນໜຶ່ງໃນບັນດາຂົງເຂດການຮ່ວມມືທີ່ສຳຄັນໃນການພົວພັນລະຫວ່າງສອງປະເທດ; ສະແດງຄວາມປິຕິຊົມຊື່ນເມື່ອກະຊວງປ້ອງກັນປະເທດຂອງສອງປະເທດ ໄດ້ເປີດຫ້ອງການທີ່ປຶກສາທູດປ້ອງກັນຊາດ ປະຈໍາຢູ່ແຕ່ລະປະເທດ ໃນປີ 2025; ຕີລາຄາສູງຕໍ່ຜົນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາ.

leftcenterrightdel
ທ່ານພົນໂທ ຫງວຽນເຈື່ອງຖັງ ມອບຂອງຂວັນທີ່ລະນຶກໃຫ້ທ່ານ Musa Heybet. ພາບ: qdnd.vn

ທ່ານພົນໂທ ຫງວຽນເຈື່ອງຖັງ ໄດ້ສະເໜີໃຫ້ສອງຝ່າຍເພີ່ມທະວີການຮ່ວມມືໃນບັນດາຂົງເຂດ ເຊັ່ນ: ການແລກປ່ຽນຄະນະຜູ້ແທນ, ການບໍາລຸງກໍ່ສ້າງ, ກູ້ຊີບ-ກູ້ໄພ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມ, ອຸດສາຫະກຳປ້ອງກັນຊາດ, ການຮັກສາສັນຕິພາບສະຫະປະຊາຊາດ, ການຮ່ວມມືລະຫວ່າງບັນດາເຫຼົ່າທັບ, ເຫຼົ່າຮົບ, ຄວາມປອດໄພທາງໄຊເບີ, ການຮັບມືກັບບັນດາສິ່ງທ້າທາຍແບບໃໝ່.

ທ່ານພົນໂທ ຫງວຽນເຈື່ອງຖັງ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຕ້ອນຮັບນາຍທະຫານຕວກກີ ມາຮຽນພາສາຫວຽດນາມ ແລະເຂົ້າຮ່ວມຊຸດເຈົ້າໜ້າທີ່ປ້ອງກັນຊາດສາກົນຢູ່ຫວຽດນາມ; ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນ ແລະສະໜັບສະໜູນເຊິ່ງກັນແລະກັນໃນເວທີປາໄສຫຼາຍຝ່າຍ, ພິເສດແມ່ນສະຫະປະຊາຊາດ ແລະໃນຂອບເຂດອາຊຽນ.

ສ່ວນ ທ່ານ Musa Heybet ໃຫ້ຮູ້ວ່າ ກະຊວງປ້ອງກັນປະເທດຕວກກີ ຈະສົ່ງຄະນະຜູ້ແທນ ແລະວິສາຫະກິດເຂົ້າຮ່ວມວາງສະແດງຢູ່ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2026; ສະແດງຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍກັບຫວຽດນາມ, ໃນນັ້ນມີການຊຸກຍູ້ການແລກປ່ຽນຄະນະຜູ້ແທນໃນທຸກຂັ້ນ, ການບໍາລຸງກໍ່ສ້າງຊັບພະຍາກອນມະນຸດ, ອຸດສາຫະກຳປ້ອງກັນຊາດ, ການຮ່ວມມືເຫຼົ່າທັບ, ເຫຼົ່າຮົບ. ກ່ຽວກັບການຮ່ວມມືອຸດສາຫະກຳປ້ອງກັນຊາດ, ຕວກກີ ພ້ອມແລ້ວທີ່ຈະຮ່ວມມືກັບຫວຽດນາມ, ສອດຄ່ອງກັບຄວາມຕ້ອງການ ແລະກໍາລັງຄວາມສາມາດຂອງແຕ່ລະຝ່າຍ.

ໂດຍ: ຈາງຫງວຽນ