ຍົກສູງປະສິດທິຜົນໃນການລະດົມ, ຄຸ້ມຄອງ ແລະນໍາໃຊ້ເງິນທຶນ ODA
ກອງປະຊຸມມີການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາຜູ້ອຸປະຖຳສອງຝ່າຍ, ຫຼາຍຝ່າຍ, ບັນດາອົງການຈັດຕັ້ງສາກົນສະໜອງທຶນ ODA, ທຶນບຸລິມະສິດຕ່າງປະເທດໃຫ້ແກ່ຫວຽດນາມ...
    |
 |
|
ບັນຍາກາດທີ່ກອງປະຊຸມ. ພາບ: thoibaonganhang.vn |
ຕອນເຊົ້າວັນທີ 20 ເມສາ, ຢູ່ຮ່າໂນ້ຍ, ກະຊວງການເງິນ ຈັດ “ກອງປະຊຸມເຜີຍແຜ່ມະຕິເລກທີ 119 ວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງມະຕິເລກທີ 242 ວ່າດ້ວຍການຄຸ້ມຄອງ ແລະນໍາໃຊ້ທຶນໜູນຊ່ວຍການພັດທະນາທາງການ ODA ແລະທຶນບຸລິມະສິດຕ່າງປະເທດ ໄລຍະ 2026-2030”. ກອງປະຊຸມມີການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາຜູ້ອຸປະຖຳສອງຝ່າຍ, ຫຼາຍຝ່າຍ, ບັນດາອົງການຈັດຕັ້ງສາກົນສະໜອງທຶນ ODA, ທຶນບຸລິມະສິດຕ່າງປະເທດໃຫ້ແກ່ຫວຽດນາມ.
ກອງປະຊຸມມີຄວາມໝາຍສຳຄັນໃນການເຫັນດີເປັນເອກະພາບວິທີເຂົ້າໃຈ ແລະຜັນຂະຫຍາຍບັນດາຂໍ້ກຳນົດດ້ານນິຕິກຳໃໝ່, ພ້ອມທັງສ້າງການກຳນົດທິດໃຫຍ່ໃນການດຶງດູດ, ຄຸ້ມຄອງ ແລະນໍາໃຊ້ທຶນ ODA ແລະທຶນກູ້ຢຶມບຸລິມະສິດຕ່າງປະເທດໃນໄລຍະພັດທະນາໃໝ່ຂອງປະເທດຊາດ. ທ່ານ ຮວ່າງຫ໋າຍ, ຮອງຫົວໜ້າກົມຄຸ້ມຄອງໜິ້ ແລະເສດຖະກິດການຕ່າງປະເທດ, ກະຊວງການເງິນ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ຄາດວ່າໃນໄລຍະ 5 ປີ 2026-2030, ຈຳນວນທຶນ ODA ລະດົມ, ທຶນກູ້ຢຶມບຸລິມະສິດສູງທົບ 7 ເທົ່າເມື່ອທຽບໃສ່ກັບແຜນການ 2021-2025. ເພື່ອປະຕິບັດວຽກງານນີ້, ພວກຂ້າພະເຈົ້າໄດ້ປະຕິບັດການຫັນຊ່ອງທາງດຶງດູດທຶນ ODA ແລະທຶນກູ້ຢຶມບຸລິມະສິດເປັນຫຼາຍຮູບຫຼາຍແບບ”.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ