ເນື່ອງໃນໂອກາດນີ້, ສະຫາຍພັນເອກພິເສດ ຫງວຽນມີງແລັ່ງ ຮອງຫົວໜ້າເສນາທິການທະຫານເຮືອເຂດ 4, ຫົວໜ້າຄະນະປະຕິບັດງານຢູ່ກໍາປັ່ນ 016-ກວາງຈູງ ໄດ້ຕອບສຳພາດຕໍ່ນັກຂ່າວໜັງສືພິມກອງທັບປະຊາຊົນ.
ນັກຂ່າວ: ນີ້ແມ່ນການເດີນທະເລໄກທີ່ສຸດ ແລະຍາວທີ່ສຸດຂອງທະຫານເຮືອປະຊາຊົນຫວຽດນາມ ໄປເຂົ້າຮ່ວມການພົວພັນຕ່າງປະເທດດ້ານປ້ອງກັນຊາດ. ດັ່ງນັ້ນຈຸດປະສົງ ແລະຄວາມໝາຍຂອງການປະຕິບັດງານຄັ້ງນີ້ແມ່ນຫຍັງ, ຂໍຮຽນສະຫາຍ?
ສະຫາຍ ພັນເອກພິເສດ ຫງວຽນມີງແລັ່ງ: ນີ້ແມ່ນການປະຕິບັດງານທີ່ມີຄວາມໝາຍສໍາຄັນເປັນພິເສດສຳລັບພະນັກງານ, ນັກຮົບກໍາປັ່ນ 016-ກວາງຈູງ, ກອງພົນນ້ອຍ 162 ເວົ້າສະເພາະ, ທະຫານເຮືອເຂດ 4 ເວົ້າລວມ, ແນໃສ່ປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ລັດ, ທັດສະນະຊີ້ນຳຂອງຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດ. ບັນດາການເຄື່ອນໄຫວໃນການປະຕິບັດງານແມ່ນໂອກາດອັນລໍ້າຄ່າເພື່ອຍົກສູງຄວາມສາມາດສົມທົບໃນການຮັບມືກັບສິ່ງທ້າທາຍລວມດ້ານຄວາມໝັ້ນຄົງໃນການເດີນທະເລ; ເພີ່ມທະວີຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ຊຸກຍູ້ການຮ່ວມມືລະຫວ່າງກອງທັບ ແລະທະຫານເຮືອບັນດາປະເທດທີ່ເຂົ້າຮ່ວມເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.
    |
 |
|
ສະຫາຍ ພັນເອກພິເສດ ຫງວຽນມີງແລັ່ງ (ເບື້ອງຂວາ), ຮອງຫົວໜ້າເສນາທິການທະຫານເຮືອເຂດ 4, ຫົວໜ້າຄະນະປະຕິບັດງານຢູ່ ກໍາປັ່ນ 016-ກວາງຈູງ ພ້ອມກັບພະນັກງານທະຫານເຮືອປະຊາຊົນຫວຽດນາມ ທີ່ພິທີສວນສະໜາມກໍາປັ່ນທະຫານເຮືອສາກົນສະເຫຼີມສະຫຼອງວັນສ້າງຕັ້ງທະຫານເຮືອອົດສະຕາລີ ຄົບຮອບ 125 ປີ ຢູ່ອ່າວ Sydney, ຕອນບ່າຍວັນທີ 21 ມີນາ. ພາບ: ນາມລອງ |
ຄຽງຂ້າງນັ້ນ, ການເດີນທາງກໍ່ຊ່ວຍປັບປຸງ ແລະເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືອັນດີງາມລະຫວ່າງກອງທັບ ແລະທະຫານເຮືອສອງປະເທດ, ສອດຄ່ອງກັບຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອົດສະຕາລີ.
ພວກຂ້າພະເຈົ້າ ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຮັບການມອບໝາຍຈາກການນໍາກອງບັນຊາການເຫຼົ່າທັບເຮືອ ເພື່ອປະຕິບັດໜ້າທີ່ດັ່ງກ່າວ. ນີ້ແມ່ນຄັ້ງທີ 2 ທີ່ກໍາປັ່ນຂອງທະຫານເຮືອຫວຽດນາມ ເຂົ້າຮ່ວມການຝຶກຊ້ອມ Kakadu. ພວກຂ້າພະເຈົ້າ ໄດ້ຢືນຢັນກໍາລັງຄວາມສາມາດຂອງຕົນ ດ້ວຍການເດີນທາງທີ່ແກ່ຍາວເປັນເວລາ 59 ວັນ, ຂ້າມຜ່ານທະເລກວ່າ 11.000 ໄມທະເລ, ຂ້າມສອງມະຫາສະໝຸດກັບທະເລ 7 ເຂດ (ທະເລຕາເວັນອອກ, ທະເລ Java, ທະເລ Banda, ທະເລ Timor, ທະເລ Arafura, ທະເລ Coral ແລະທະເລ Tasman). ກ່ອນໜ້ານີ້, ຍັງບໍ່ມີກໍາປັ່ນລຳໃດຂອງທະຫານເຮືອຫວຽດນາມ ໄປປະຕິບັດວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດທີ່ໄກ ແລະຫຼາຍມື້ຄືແນວນີ້.
ນັກຂ່າວ: ສະນັ້ນ, ຄະນະປະຕິບັດງານ ແລະກໍາປັ່ນ 016-ກວາງຈູງ ຕ້ອງຜ່ານຜ່າສິ່ງທ້າທາຍອັນໃດແດ່ ເພື່ອປະຕິບັດສຳເລັດໜ້າທີ່ສຳຄັນນີ້, ຂໍຮຽນສະຫາຍ?
ສະຫາຍ ພັນເອກພິເສດ ຫງວຽນມີງແລັ່ງ: ສິ່ງທ້າທາຍນັ້ນແມ່ນມີຫຼາຍທີ່ສຸດ. ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການພົວພັນຕ່າງປະເທດດ້ານປ້ອງກັນຊາດແມ່ນສູງຫຼາຍ, ການເດີນທາງແມ່ນໄກ ແລະຫຼາຍມື້, ດິນຟ້າອາກາດປ່ຽນແປງ, ຜິດດ່ຽງກັນ 4 ຊົ່ວໂມງ, ເຂດທະເລແປກປະຫຼາດ ແລະອັນຕະລາຍ... ຍາມໃດກໍ່ຮຽກຮ້ອງຕ້ອງຮັກສາສຸຂະພາບໃຫ້ດີ, ມີລະບຽບວິໄນເຂັ້ມງວດ ແລະຕ້ອງມີວິຊາການ (ທັງດ້ານວິຊາສະເພາະ, ພາສາຕ່າງປະເທດ ແລະບົດຮຽນເຮັດວຽກໃນສະພາບແວດລ້ອມຫຼາຍຝ່າຍ).
ເວລາເພື່ອກະກຽມໃຫ້ແກ່ການເດີນທາງແມ່ນບໍ່ຫຼາຍ, ພັດວ່າຖືກກັບຈຸດເວລາບຸນປີໃໝ່ປະຈໍາຊາດ (ກໍາປັ່ນໄດ້ອອກຈາກທ່າກໍາປັ່ນທະຫານກາມແຣງ ໃນຕອນເຊົ້າວັນທີ 23 ກຸມພາ, ກົງກັບວັນທີ 7 ເດືອນມັງກອນ ຕາມຈັນທະປະຕິທິນ), ແຕ່ດ້ວຍຄວາມເອົາໃຈໃສ່, ນຳພາ, ຊີ້ນໍາຢ່າງ ໃກ້ຊິດຂອງການນໍາກອງບັນຊາການເຫຼົ່າທັບເຮືອ, ກອງບັນຊາການທະຫານເຮືອເຂດ 4; ໄດ້ຮັບການແນະນໍາ, ໜູນຊ່ວຍໃນທຸກດ້ານຈາກອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ, ກອງບັນຊາການເຫຼົ່າທັບເຮືອ, ກອງບັນຊາການທະຫານເຮືອເຂດ 4 ໃນວິວັດການຜັນຂະຫຍາຍປະຕິບັດໜ້າທີ່, ຄະນະຈຶ່ງມີຄວາມຮັບຮູ້ຢ່າງຈະແຈ້ງເຖິງຄວາມສໍາຄັນຂອງໜ້າທີ່ການພົວພັນຕ່າງປະເທດດ້ານປ້ອງກັນຊາດຄັ້ງນີ້, ສະນັ້ນ ຈຶ່ງໄດ້ກະກຽມບຸກຄະລາກອນ, ກໍາປັ່ນ, ອຸປະກອນເຕັກນິກ ແລະພະລາທິການຢ່າງລະອຽດ, ຄົບຖ້ວນ; ພ້ອມທັງສົມທົບຢ່າງແໜ້ນແຟ້ນກັບອົງການທີ່ກ່ຽວຂ້ອງເພື່ອປະຕິບັດໃຫ້ຖືກຕາມແຜນການຂອງການໄປປະຕິບັດງານ.
ດ້ວຍການກະກຽມຢ່າງຮອບຄອບຖີ່ຖ້ວນໃນທຸກດ້ານ, ມີລະບຽບວິໄນ ແລະຄວາມສາມັກຄີສູງ, ກໍາລັງຄວາມສາມາດດ້ານວິຊາການ ແລະບົດຮຽນໃນການເຂົ້າຮ່ວມການພົວພັນຕ່າງປະເທດດ້ານປ້ອງກັນຊາດ, ຄະນະປະຕິບັດງານ ແລະກໍາປັ່ນ 016-ກວາງຈູງ ໄດ້ປະຕິບັດສຳເລັດໜ້າທີ່ຂອງຕົນ, ບັນລຸໄດ້ຕາມຈຸດປະສົງຄາດໝາຍ, ຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກ, ຮັບປະກັນຄວາມປອດໄພໃນທຸກດ້ານ.
    |
 |
|
ກໍາປັ່ນ 016-ກວາງຈູງ ເຂົ້າທຽບທ່າກໍາປັ່ນທະຫານກາມແຣງ. ພາບ: ງອັກຫ໋າຍ |
    |
 |
|
ພິທີຕ້ອນຮັບກໍາປັ່ນ 016-ກວາງຈູງ ແລະຄະນະປະຕິບັດງານ. ພາບ: ນາມລອງ |
ນັກຂ່າວ: ສະຫາຍ ສາມາດໃຫ້ຮູ້ກ່ຽວກັບຄວາມປະທັບໃຈອັນເລິກເຊິ່ງຂອງຕົນໃນການໄປປະຕິບັດງານຄັ້ງນີ້?
ສະຫາຍ ພັນເອກພິເສດ ຫງວຽນມີງແລັ່ງ: ໃນຖານະທີ່ເຄີຍເຂົ້າຮ່ວມການເຄື່ອນໄຫວການພົວພັນຕ່າງປະເທດດ້ານປ້ອງກັນຊາດຫຼາຍຄັ້ງ, ການໄປປະຕິບັດງານຄັ້ງນີ້ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ຂ້າພະເຈົ້າ. ກ່ອນອື່ນໝົດ, ນັ້ນແມ່ນຄວາມເປັນກຽດ ແລະເອກອ້າງທະນົງໃຈທີ່ຂັ້ນເທິງມີຄວາມເຊື່ອໝັ້ນ ແລະມອບໝາຍໃຫ້ຂ້າພະເຈົ້າ ເປັນຫົວໜ້າຄະນະໃນການໄປປະຕິບັດງານຄັ້ງນີ້; ພ້ອມກັບກໍາປັ່ນ 016-ກວາງຈູງ ເດີນທາງຈາກກາມແຣງ ໄປຍັງນະຄອນ Darwin, ອ່າວ Jervis, ນະຄອນ Sydney, ນະຄອນ Cairns... ຈົນໄປເຖິງເຂດທະເລທີ່ກໍາປັ່ນສູ້ຮົບຂອງຫວຽດນາມ ໄດ້ໄປຢ້ຽມຢາມຄັ້ງທຳອິດ.
ຄຽງຂ້າງນັ້ນ, ຂ້າພະເຈົ້າ ມີຄວາມປະທັບໃຈຫຼາຍຕໍ່ການຕ້ອນຮັບ, ການຮ່ວມມື ແລະການໜູນຊ່ວຍຂອງທະຫານເຮືອອົດສະຕາລີ ພ້ອມກັບບັນດາອົງການທີ່ກ່ຽວຂ້ອງຂອງຝ່າຍເພື່ອນທີ່ໄດ້ຊ່ວຍໃຫ້ພວກຂ້າພະເຈົ້າ ປະຕິບັດສຳເລັດໜ້າທີ່ໃນການປະຕິບັດງານຄັ້ງນີ້. ຈາກກອງປະຊຸມກະກຽມຈົນເຖິງວຽກງານສົມທົບກັນໃນຂອບເຂດການຝຶກຊ້ອມ Kakadu 2026, ຫຼືການໜູນຊ່ວຍສະໜອງນໍ້າມັນເຊື້ອໄຟໃຫ້ກໍາປັ່ນເດີນທາງໄປເຄື່ອນໄຫວຢູ່ ອົດສະຕາລີ, ລ້ວນແຕ່ໄດ້ຮັບການຊ່ວຍເຫຼືອຈາກຝ່າຍເພື່ອນຢ່າງສຸດໃຈ...
ນັກຂ່າວ: ຂໍຂອບໃຈສະຫາຍ!
ໂດຍ: ເຈິ່ນຮວ່ຽນ