ກ່າວຄໍາເຫັນທີ່ລາຍການ, ທ່ານ ກາວຊວນຖັງ ທີ່ປຶກສາທູດການຄ້າຫວຽດນາມ ປະຈໍາຢູ່ ສິງກະໂປ ເນັ້ນໜັກເຖິງທ່າແຮງບົ່ມຊ້ອນຂອງຫວຽດນາມ ໃນລະບົບຕ່ອງໂສ້ການສະໜອງທົ່ວໂລກ, ພິເສດແມ່ນບັນດາຜະລິດຕະພັນກະເສດທີ່ມີຄຸນນະພາບສູງ; ຕີລາຄາສູງການນໍາໃຊ້ແອັບພຼີເຄຊັນ ຄື ຕະຫຼາດຂາຍສົ່ງຜະລິດຕະພັນກະເສດອອນລາຍ ໃນການຍົກສູງກໍາລັງຄວາມສາມາດສົ່ງອອກ, ຮັບປະກັນຄວາມໂປ່ງໃສ ແລະຄວາມສາມາດຕອບສະໜອງໄວໃຫ້ແກ່ຕະຫຼາດສິງກະໂປ ແລະພາກພື້ນ.

leftcenterrightdel
ລາຍການ “ເຊື່ອມຕໍ່ວິສາຫະກິດແບບຍືນຍົງ ແລະການລົງທຶນສັງຄົມ ປີ 2026” ລະຫວ່າງຫວຽດນາມ ແລະສິງກະໂປ. ພາບ: ສໍານັກຂ່າວສານຫວຽດນາມ.

ກໍທີ່ເຫດການ, ທ່ານ Lennon Tan ປະທານສະຫະພັນການຜະລິດສິງກະໂປ ຕີລາຄາສູງລັກສະນະຕົວຈິງຂອງລາຍການ, ພິເສດແມ່ນການສົມທົບລະຫວ່າງການເຊື່ອມຕໍ່ໂດຍກົງ ແລະໃນແອັບພຼີເຄຊັນ.

ນີ້ແມ່ນໂອກາດ ເພື່ອໃຫ້ວິສາຫະກິດຫວຽດນາມ ຢັ້ງຢືນກໍາລັງຄວາມສາມາດສະໜອງ ແລະຄຸນນະພາບຜະລິດຕະພັນຕອບສະໜອງບັນດາມາດຕະຖານທີ່ເຄັ່ງຄັດຂອງຕະຫຼາດສິງກະໂປ ເວົ້າສະເພາະ ແລະສາກົນ ເວົ້າລວມ.

ລາຍການ ໄດ້ຕັ້ງຄວາມຫວັງຈະປະກອບສ່ວນຕັ້ງໜ້າເຂົ້າໃນການຊຸກຍູ້ການຮ່ວມມືພັດທະນາສາກົນ, ສົ່ງເສີມການຄ້າ, ພ້ອມທັງຊຸກຍູ້ບັນດາຮູບແບບການຄ້າດີຈີຕອນ ຄື ຕະຫຼາດຂາຍສົ່ງຜະລິດຕະພັນກະເສດອອນລາຍ ກາຍເປັນພື້ນຖານໂຄງລ່າງເຊື່ອມຕໍ່ອັນຍາວນານລະຫວ່າງຫວຽດນາມ ແລະສິງກະໂປ.

ໂດຍ: ກວຽດເຕິມ