leftcenterrightdel
ຄະນະປະຕິບັດງານຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຖະຫວາຍດອກໄມ້, ອາໄລຫາພົນເອກ ຫວໍງວຽນຢາບ. ພາບ: ມິງຕູ໊.
leftcenterrightdel
ຜູ້ແທນ ກົ້ມຫົວໄວ້ອາໄລ, ຕອບບຸນແທນຄຸນ ພົນເອກ ຫວໍງວຽນຢາບ. ພາບ: ມິງຕູ໊.

ໃນບັນຍາກາດທີ່ເຄັ່ງຂຶມ, ທ່ານພົນຕີ ເລກວາງດ້າວ ພ້ອມດ້ວຍຄະນະ ໄດ້ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ທ່ານພົນເອກ ຫວໍງວຽນຢາບ, ລູກສິດຜູ້ທີ່ດີເລີດ ແລະໃກ້ຊິດສະໜິດສະໜົມຂອງປະທານ ໂຮ່ຈີມິນ, ນັກທະຫານທີ່ປີຊາສາມາດ ທີ່ມີບັນດາຜົນງານອັນໃຫຍ່ຫຼວງ, ການອຸທິດສ່ວນອັນໂດດເດັ່ນພິເສດໃຫ້ແກ່ພາລະກິດການປະຕິວັດຫວຽດນາມ.

ຕໍ່ດວງວິນຍານຂອງທ່ານພົນເອກ ຫວໍງວຽນຢາບ, ຄະນະ ໃຫ້ຄໍາໝັ້ນສັນຍາຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງກອງທັບປະຊາຊົນຫວຽດນາມ ວິລະຊົນ, ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະປະຊາຊົນ, ມານະພະຍາຍາມສູ້ຊົນປະກອບສ່ວນກໍ່ສ້າງກອງທັບ ປະຕິວັດ, ມີແບບແຜນ, ຍອດຢ້ຽມ, ທັນສະໄໝ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ປົກປັກຮັກສາປະເທດຊາດ ໃນສັງກາດພັດທະນາໃໝ່.

ໂດຍ: ໄຊຊະນະ