ຫວຽດນາມ ໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກທີ່ສຸດແກ່ນັກລົງທຶນ ຢູ່ສູນການເງິນສາກົນ
ຫວຽດນາມ ໃຫ້ຄຳໝັ້ນສັນຍາຮ່ວມເດີນທາງ, ໜູນຊ່ວຍ ແລະສ້າງເງື່ອນໄຂສະດວກທີ່ສຸດ ໃຫ້ແກ່ບັນດານັກລົງທຶນຕ່າງປະເທດ, ພິເສດແມ່ນວິສາຫະກິດອາເມລິກາ, ເຄື່ອນໄຫວຢ່າງມີປະສິດທິຜົນ ແລະປະສົບຜົນສຳເລັດ ຢູ່ VIFC.
ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ອາເມລິກາ, ຕອນເຊົ້າວັນທີ 23 ມີນາ ຕາມເວລາທ້ອງຖິ່ນ, ຢູ່ນິວຢອກ, ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ໄດ້ເຂົ້າຮ່ວມການສົນທະນາລະຫວ່າງວິສາຫະກິດ ຫວຽດນາມ - ອາເມລິກາ ດ້ວຍຫົວຂໍ້ດຶງດູດແຫຼ່ງທຶນ ແລະຊຸກຍູ້ການລົງທຶນເຂົ້າສູນການເງິນສາກົນຫວຽດນາມ (VIFC).
    |
 |
|
ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ກ່າວຄຳເຫັນທີ່ການສົນທະນາ. ພາບ: vov.vn |
ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຫວຽດນາມ ເນັ້ນໜັກວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາຮ່ວມເດີນທາງ, ໜູນຊ່ວຍ ແລະສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດານັກລົງທຶນຕ່າງປະເທດ, ພິເສດແມ່ນວິສາຫະກິດອາເມລິກາ, ເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ປະສົບຜົນສຳເລັດຢູ່ VIFC.
ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ວິສາຫະກິດອາເມລິກາ ສືບຕໍ່ຮ່ວມເດີນທາງ, ກາຍເປັນບັນດານັກລົງທຶນປະຈັນບານ, ພ້ອມທັງສວມບົດບາດເຊື່ອມຕໍ່ບັນດານັກລົງທຶນໃຫຍ່ເຂົ້າຮ່ວມ VIFC; ສະເໜີໃຫ້ສອງຝ່າຍເພີ່ມທະວີການຮ່ວມມືໃນບັນດາຂົງເຂດ, ຄື: ໂຄງລ່າງການເງິນທັນສະໄໝ, ພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, fintech, ການເງິນສີຂຽວ ແລະຊັບສິນດີຈີຕອນ. ໄປຄຽງຄູ່ກັນນັ້ນ, ບັນດາວິສາຫະກິດຍັງໄດ້ຮັບການສົ່ງເສີມເຂົ້າຮ່ວມການສົນທະນາ, ໃຫ້ຄຳປຶກສາດ້ານນະໂຍບາຍ, ແບ່ງປັນບົດຮຽນປະສົບການສາກົນ ເພື່ອແນໃສ່ປັບປຸງສະພາບແວດລ້ອມນິຕິກຳອັນໂປ່ງໃສ, ສະດວກ ແລະຍືນຍົງໃຫ້ແກ່ VIFC ຢ່າງສົມບູນແບບ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ