leftcenterrightdel
ການເຮັດວຽກກັບຄະນະກວດກາຂອງ EC. ພາບ: vov.vn

ຕາມທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ແລ້ວ, ຫວຽດນາມ ບໍ່ໄດ້ຖືການປະຕິບັດຕາມຂໍ້ສະເໜີແນະໃນການປ້ອງກັນ, ຕ້ານ IUU ເພື່ອແນໃສ່ຈຸດປະສົງ “ຍົກເລີກບັດເຫຼືອງ” ຢ່າງດຽວເທົ່ານັ້ນ, ຫາກຍັງຖືນີ້ແມ່ນບັນຫາພັດທະນາແບບຍືນຍົງ, ປົກປ້ອງແຫຼ່ງຜົນປະໂຫຍດສິນໃນນ້ຳ ແລະການຫາເງິນລ້ຽງຊີບແບບຍາວນານຂອງປະຊາຊົນ, ພ້ອມທັງແມ່ນຄວາມຮັບຜິດຊອບຂອງຫວຽດນາມ ຕໍ່ກັບບັນຫາພາກພື້ນ ແລະທົ່ວໂລກອີກດ້ວຍ. ຫວຽດນາມ ໃຫ້ຄຳໝັ້ນສັນຍາໃນໄລຍະສັ້ນຈະສຳຫຼວດກວດຄືນ, ປັບປຸງຂໍ້ກຳນົດທີ່ກ່ຽວຂ້ອງ; ແກ້ໄຂກໍລະນີລະເມີດຢ່າງເຂັ້ມງວດ ແລະແຈ້ງໝາກຜົນກ່ຽວກັບ IUU ຢ່າງເປີດເຜີຍ.

ສ່ວນທ່ານ Fernando Andresen Guimaraes ຫົວໜ້າຄະນະກວດກາ IUU ຖືວ່າ ຫວຽດນາມ ມີຄວາມມານະພະຍາຍາມຢ່າງກະໂດດຂັ້ນ, ບັນລຸໄດ້ຄືບໜ້າໃຫຍ່ເພື່ອແນໃສ່ຍົກເລີກບັດເຫຼືອງ IUU. EC ຍາມໃດກໍພ້ອມແລ້ວທີ່ຈະໃຫ້ການໜູນຊ່ວຍຫວຽດນາມ ເພື່ອສິ້ນສຸດວິວັດທະນາການນີ້ ແລະຍົກເລີກບັດເຫຼືອງໂດຍໄວ.

ແຫຼ່ງຄັດຈາກ: vovworld.vn