ຍີ່ປຸ່ນ ສະຫງວນ ODA ລຸ້ນໃໝ່ 50 ຕື້ເຢັນ ໜູນຊ່ວຍຫວຽດນາມ ເພື່ອການເຕີບໂຕສີຂຽວ
ກປ.ອອນໄລ - ວັນທີ 18 ມີນາ, ທີ່ຮ່າໂນ້ຍ, ອົງການຮ່ວມມືສາກົນຍີ່ປຸ່ນ (JICA) - ຫ້ອງການ ປະຈໍາ ຫວຽດນາມ ສົມທົບກັບກະຊວງການເງິນ ຈັດຕັ້ງກອງປະຊຸມສໍາມະນາຂັ້ນສູງກ່ຽວກັບ ODA ລຸ້ນໃໝ່ “ບ້ວງເງິນກູ້ຢືມໂຄງການໃຫ້ແກ່ການຫັນເປັນສີຂຽວ ເພື່ອມຸ່ງໄປເຖິງການເຕີບໂຕສີຂຽວ ແລະເພີ່ມທະວີຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ”.
ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ, ທ່ານ Ito Naoki ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ຫວຽດນາມ ໃຫ້ຮູ້ວ່າ ບ້ວງເງິນໂຄງການ “ໜູນຊ່ວຍງົບປະມານລວມໃຫ້ການຫັນເປັນສີຂຽວ ເພື່ອມຸ່ງໄປເຖິງເປົ້າໝາຍເຕີບໂຕສີຂຽວ ແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ” ສະແດງຄໍາໝັ້ນສັນຍາຢ່າງແຂງແຮງຂອງລັດຖະບານຍີ່ປຸ່ນ ໃນການຮ່ວມເດີນທາງພ້ອມກັບຫວຽດນາມ ປະຕິບັດເປົ້າໝາຍປະກອບສ່ວນໂດຍປະເທດຕັດສິນໃຈເອງ (NDC),...
    |
 |
|
ທ່ານ Ito Naoki ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ຫວຽດນາມ ກ່າວຄໍາເຫັນທີ່ເຫດການ. ພາບ: ບາວເຈົາ |
ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ນີ້ບໍ່ພຽງແຕ່ແມ່ນເຄື່ອງມືການເງິນຢ່າງດຽວເທົ່ານັ້ນ, ຫາກຍັງແມ່ນຂໍ້ລິເລີ່ມ ODA “ລຸ້ນໃໝ່”, ໄດ້ຜັນຂະຫຍາຍຄັ້ງທໍາອິດ, ມຸ່ງໄປເຖິງການນໍາສະເໜີ ແລະປະຕິບັດໂຄງການຕ່າງໆທີ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງຫວຽດນາມ ກ່ຽວກັບການເຕີບໂຕສີຂຽວ ແລະການປ້ອງກັນ, ຕ້ານໄພທໍາມະຊາດ. ໜ້າໃສ່ໃຈວ່າ, ໂຄງການສົ່ງເສີມການນໍາໃຊ້ເຕັກໂນໂລຢີກ້າວໜ້າຂອງຍີ່ປຸ່ນ, ຄື: ປັນຍາປະດິດ (AI), ຂໍ້ມູນສັງເກດດາວທຽມ... ຜ່ານນັ້ນສ້າງແຮງກະຕຸ້ນໃຫ້ແກ່ນະວັດຕະກໍາ - ໜຶ່ງໃນບັນດາເສົາຄໍ້າຮ່ວມມືໃໝ່ລະຫວ່າງສອງປະເທດ.
    |
 |
|
ທ່ານ ເຈິ່ນກວກເຝືອງ ຮອງລັດຖະມົນຕີກະຊວງການເງິນ ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ. ພາບ: ບາວເຈົາ |
ທ່ານ Ito Naoki ຫວັງວ່າ ກະຊວງການເງິນ ແລະ JICA ຈະພ້ອມກັບຝ່າຍຕ່າງໆທີ່ກ່ຽວຂ້ອງຫັນລະບອບລະບຽບການສົມທົບກັນເປັນລະອຽດໂດຍໄວ, ນໍາເຕັກໂນໂລຢີກ້າວໜ້າເຂົ້າພຶດຕິກໍາຕົວຈິງ, ປະກອບສ່ວນຊຸກຍູ້ການເຕີບໂຕສີຂຽວ, ເພີ່ມທະວີກໍາລັງຄວາມສາມາດໃນການປ້ອງກັນ, ຕ້ານໄພທໍາມະຊາດ ແລະພັດທະນາເຕັກໂນໂລຢີຢູ່ຫວຽດນາມ.
ທີ່ກອງປະຊຸມສໍາມະນາ, ທ່ານ ເຈິ່ນກວກເຝືອງ ຮອງລັດຖະມົນຕີກະຊວງການເງິນຫວຽດນາມ ຢືນຢັນວ່າ: ການປະຕິບັດຕາມເປົ້າໝາຍການເຕີບໂຕສີຂຽວ ແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກໄດ້ກາຍເປັນໂຄງການດໍາເນີນງານທີ່ຈໍາເປັນ, ໃນສະພາບການໂລກພວມປະເຊີນໜ້າກັບສະພາບການຊຸດໂຊມສິ່ງແວດລ້ອມທີ່ນັບມື້ນັບເພີ່ມຂຶ້ນ,...
    |
 |
|
ຜູ້ແທນຖ່າຍຮູບລວມຢູ່ກອງປະຊຸມສໍາມະນາ. ພາບ: ບາວເຈົາ |
ທ່ານ ເຈິ່ນກວກເຝືອງ ຮອງລັດຖະມົນຕີກະຊວງການເງິນ ໃຫ້ຮູ້ວ່າ “ບ້ວງເງິນກູ້ຢືມທີ່ມີມູນຄ່າ 50 ຕື້ເຢັນໃຫ້ໂຄງການຫັນເປັນສີຂຽວ ເພື່ອມຸ່ງໄປເຖິງການເຕີບໂຕສີຂຽວ ແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ລັດຖະບານສອງປະເທດ ໄດ້ອະນຸມັດຜ່ານ ແລະຄາດວ່າຈະລົງນາມໃນເດືອນ ມີນາ 2026. ນີ້ແມ່ນໝາກຜົນອັນສໍາຄັນ, ເພື່ອຫັນຄໍາໝັ້ນສັນຍາຂອງການນໍາຂັ້ນສູງສອງປະເທດໃນການຊຸກຍູ້ການຮ່ວມມື “ODA ລຸ້ນໃໝ່” ໃຫ້ເປັນລະອຽດ,... ປະກອບສ່ວນລວມໃຫ້ແກ່ການພົວພັນສອງປະເທດ ສືບຕໍ່ພັດທະນາໃນໄລຍະໃໝ່”.
ໂດຍ: ໄຊນີດາ