ໃນໄລຍະປີ 2021-2025, ໂຄງການ “ຄອບຄົວຫວຽດນາມ ກັບນັກສຶກສາລາວ, ກຳປູເຈຍ ທີ່ພວມຮຽນຢູ່ນະຄອນໂຮ່ຈີມິນ" ໄດ້ມີຄອບຄົວຫວຽດນາມ 289 ຄອບຄົວທີ່ລ້ຽງດູນັກສຶກສາລາວ 385 ຄົນ ແລະນັກສຶກສາກຳປູເຈຍ 88 ຄົນ ທີ່ພວມຮຽນຢູ່ນະຄອນໂຮ່ຈີມິນ. ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ແລະບັນດາອົງການຈັດຕັ້ງທາງການເມືອງ-ສັງຄົມ ໄດ້ຈັດຕັ້ງໂຄງການ, ການເຄື່ອນໄຫວພົບປະແລກປ່ຽນຫຼາຍຢ່າງ, ຮ່ວມເດີນທາງ, ຊ່ວຍໃຫ້ນັກສຶກສາລາວ, ກຳປູເຈຍ ໄດ້ໄປຢ້ຽມຢາມຢູ່ສະຖານທີ່ວັດທະນະທຳ, ປະຫວັດສາດຫຼາຍແຫ່ງ ແລະມີຄວາມເຂົ້າໃຈດີຂຶ້ນກ່ຽວກັບປະເທດ, ປະຊາຊົນ, ວັດທະນະທຳ, ປະຫວັດສາດ, ມູນເຊື້ອຂອງຫວຽດນາມ ເວົ້າລວມ ແລະນະຄອນໂຮ່ຈີມິນ ເວົ້າສະເພາະ.

leftcenterrightdel
ຄະນະຈັດຕັ້ງ ມອບໃບຍ້ອງຍໍໃຫ້ແກ່ຄອບຄົວທີ່ເຂົ້າຮ່ວມໂຄງການຢ່າງຕັ້ງໜ້າ. ພາບ: qdnd.vn

ໂດຍອີງໃສ່ຜົນສຳເລັດ, ປະສິດທິຜົນທີ່ບັນລຸໄດ້ໃນໄລຍະປີ 2021-2025, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ແລະບັນດາອົງການຈັດຕັ້ງສະມາຊິກໄດ້ສະເໜີໃຫ້ຄະນະປະຈຳຄະນະພັກນະຄອນໂຮ່ຈີມິນ ອະນຸມັດແຜນນະໂຍບາຍສືບຕໍ່ຈັດຕັ້ງໂຄງການ "ຄອບຄົວຫວຽດນາມ ກັບນັກສຶກສາລາວ, ກຳປູເຈຍ ທີ່ຮຽນຢູ່ນະຄອນໂຮ່ຈີມິນ" ໃນໄລຍະປີ 2026-2030.

ພາຍໃນຂອບເຂດກອງປະຊຸມສະຫຼຸບ, ບັນດາຜູ້ແທນໄດ້ໄປຖະຫວາຍທູບທຽນເພື່ອອາໄລຫາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດປູຊະນີຍະສະຖານປະຫວັດສາດອຸໂມງໃຕ້ດິນລອງເຟືອກ ແລະເຂດປູຊະນີຍະສະຖານທ່າ ໂລກອານ. ຄຽງຂ້າງນັ້ນບັນດາຜູ້ແທນຍັງໄດ້ເຂົ້າຮ່ວມການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ ແລະສິລະປະ.

ໂດຍ: ຈາງຫງວຽນ