ກ່າວຄຳເຫັນສະຫຼຸບທີ່ການເຮັດວຽກ, ທ່ານ ໂຕເລີມ ເນັ້ນໜັກວ່າ ການຮ່ວມມື ຫວຽດນາມ - ຈີນ ໃນຂົງເຂດທາງລົດໄຟແມ່ນຄວາມຕ້ອງການ, ແມ່ນກາລະໂອກາດ ແລະແມ່ນໜຶ່ງໃນບັນດາຂົງເຂດຮ່ວມມືແທດຈິງ, ມີປະສິດທິຜົນລະຫວ່າງສອງປະເທດໃນຫຼາຍປີຈະມາເຖິງ, ແມ່ນໄມ້ງັດສຳຄັນເພື່ອ ຫວຽດນາມ ຫັນພື້ນຖານໂຄງລ່າງເປັນທັນສະໄໝ, ຫຼຸດຜ່ອນລາຍຈ່າຍໂລຈິດສະຕິກ, ເປີດກວ້າງການເຊື່ອມຕໍ່ກັບສາກົນ.
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລີມ ກ່າວຄຳເຫັນທີ່ພິທີ. ພາບ: ສຳນັກຂ່າວສານຫວຽດນາມ |
ທ່ານເລຂາທິການໃຫຍ່ ຮຽກຮ້ອງຄວນສ້າງກົນໄກລະດົມທຶນດ້ວຍຫຼາຍຮູບແບບ ແລະຍືນຍົງ; ຕ້ອງມີກົນໄກປະສານງານເປັນເອກະພາບຢູ່ລະດັບຊາດ ຕໍ່ກັບບັນດາໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງຍຸດທະສາດນີ້; ຮັບປະກັນການຊີ້ນຳນຳພາແບບລວມສູນ, ຈັດແບ່ງໜ້າທີ່ຊັດເຈນລະຫວ່າງບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນ.
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລີມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະຄະນະປະຕິບັດງານສູນກາງພັກ ລົງກວດກາພື້ນທີ່ຕົວຈິງຢູ່ສະຖານີລົດໄຟດົ່ງດັງ, ແຂວງລ້າງເຊີນ. |
ຢືນຢັນວ່າເປັນໜ້າທີ່ໜັກໜ່ວງ, ທ່ານເລຂາທິການໃຫຍ່ ສະເໜີ ຕ້ອງມີຄວາມຕັດສິນໃຈ, ເປັນເອກະພາບຂອງທົ່ວລະບົບການເມືອງ. ຄະນະພັກລັດຖະບານ ແລະໂດຍກົງ ແມ່ນກົມກໍ່ສ້າງ ຕ້ອງສ້າງຍຸດທະສາດພັດທະນາທາງລົດໄຟ ຫວຽດນາມ - ຈີນ ໃນແຜນ ຍຸດທະສາດພັດທະນາທາງລົດໄຟຫວຽດນາມ ໄລຍະ 2026-2030, ວິໄສທັດຮອດປີ 2045, 2.100 ແລະ 2130.
* ຕອນເຊົ້າວັນດຽວກັນ, ກະຊວງສຶກສາ ແລະກໍ່ສ້າງ ເປັນປະທານ, ສົມທົບກັບສະຖານີໂທລະພາບຫວຽດນາມ, ກຸ່ມບໍລິສັດໄປສະນີໂທລະຄົມມະນາຄົມ (VNPT), ກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ (Viettel) ແລະ 17 ແຂວງ, ນະຄອນ ຈັດຕັ້ງພິທີວາງສີລາລຶກ, ລົງມືກໍ່ສ້າງໂຮງຮຽນປະຖົມ ແລະມັດທະຍົມ ຢູ່ບັນດາຕາແສງຊາຍແດນດິນຕໍ່ແຜ່ນປີ 2026.
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລີມ ກ່າວຄຳເຫັນທີ່ພິທີ. ພາບ: ສຳນັກຂ່າວສານຫວຽດນາມ |
ທ່ານເລຂາທິການໃຫຍ່ ໂຕເລີມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຂົ້າຮ່ວມຢູ່ຈຸດຖ່າຍຖອດຕັ້ງຢູ່ໂຮງຮຽນປະຖົມ ແລະມັດທະຍົມ ດົ່ງດັງ, ຕາແສງດົ່ງດັງ, ແຂວງລ້າງເຊີນ. ພິທີວາງສີລາລຶກ ໄດ້ຈັດຕັ້ງຢູ່ 17 ແຫ່ງຖ່າຍຖອດຫຼັກ ແລະ 104 ແຫ່ງຖ່າຍຖອດໃນທົ່ວປະເທດຢູ່ບັນດາແຂວງ, ນະຄອນ.
ກ່າວຄຳເຫັນຊີ້ນຳທີ່ພິທີ, ທ່ານເລຂາທິການໃຫຍ່ ໂຕເລີມ ເນັ້ນໜັກວ່າ ໃນທຸກໄລຍະຂອງການປະຕິວັດ, ພັກ, ລັດ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່, ການລົງທຶນຫຼາຍຢ່າງໃຫ້ການພັດທະນາການສຶກສາ ແລະກໍ່ສ້າງຢູ່ເຂດຊາຍແດນ. ເຖິງຢ່າງໃດກໍ່ຕາມ, ລະບົບໂຮງຮຽນ, ຫ້ອງຮຽນ, ພິເສດແມ່ນບັນດາໂຮງຮຽນປະຖົມ ແລະມັດທະຍົມຢູ່ບັນດາຕາແສງຍັງມີໜ້ອຍ, ເງື່ອນໄຂການຮໍ່າຮຽນຂອງນັກຮຽນ ຍັງມີຫຼາຍຂໍ້ຈຳກັດ. ເພາະສະນັ້ນ, ກົມການເມືອງ ໄດ້ຕັດສິນລົງທຶນກໍ່ສ້າງໂຮງຮຽນປະຖົມ ແລະມັດທະຍົມ 248 ແຫ່ງຢູ່ 248 ຕາແສງຊາຍແດນຢູ່ດິນຕໍ່ແຜ່ນ. ນີ້ແມ່ນແຜນນະໂຍບາຍຖືກຕ້ອງ, ມີຄວາມໝາຍມະນຸດສະທຳຢ່າງເລິກເຊິ່ງ, ພິສູດໃຫ້ເຫັນຄວາມເອົາໃຈໃສ່ເປັນພິເສດຂອງພັກ, ລັດ ຕໍ່ກັບພໍ່ແມ່ປະຊາຊົນຢູ່ເຂດຊາຍແດນ, ເຂດຫ່າງໄກສອກຫຼີກ, ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.
ຕາງໜ້າການນຳພັກ, ລັດ, ທ່ານເລຂາທິການໃຫຍ່ ຮັບຮູ້ ແລະຕີລາຄາສູງການເປັນເຈົ້າການ, ຄວາມຮັບຜິດຊອບຂອງລັດຖະບານ, ຂອງກະຊວງສຶກສາ ແລະກໍ່ສ້າງ, ບັນດາກະຊວງ, ຂະແໜງການ ແລະບັນດາແຂວງ, ນະຄອນໃນການກະກຽມໂຄງການ, ປັບປຸງລະບຽບການເພື່ອດຳເນີນພິທີວາງສີລາລຶກ, ລົງມືກໍ່ສ້າງບັນດາກິດຈະການໃນມື້ນີ້.
ໂດຍ: ແສງເດືອນ