ສະຖານທູດຫວຽດນາມ ສົມທົບກັບອົງການທີ່ກ່ຽວຂ້ອງຂອງຍີ່ປຸ່ນ ຊອກຫາກູ້ໄພພົນລະເມືອງທີ່ຫາຍສາບສູນຢູ່ທະເລ
ກປ.ອອນໄລ - ຕາມຂໍ້ມູນຈາກສະຖານທູດຫວຽດນາມ ປະຈໍາຍີ່ປຸ່ນ, ວັນທີ 21 ມີນາ, ແຮງງານຫວຽດນາມ ຈໍານວນ 8 ຄົນໄດ້ຖືກປະສົບໄພຍ້ອນຄື້ນໃຫຍ່ຢູ່ເຂດທະເລຂຶ້ນກັບແຂວງ Fukui. ເຫດການດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ, ຫາຍສາບສູນ 3 ຄົນ, ບາດເຈັບ 1 ຄົນທີ່ພວມປິ່ນປົວຢູ່ໂຮງໝໍ ແລະກູ້ເອົາຊີວິດໄດ້ 3 ຄົນ, ບໍ່ຮັບບາດເຈັບ.
ພາຍຫຼັງໄດ້ຮັບຂໍ້ມູນກ່ຽວກັບເຫດການດັ່ງກ່າວ, ທາງສະຖານທູດ ໄດ້ປະສານງານກັບອົງການທີ່ກ່ຽວຂ້ອງ ແລະສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງ Fukui ຢ່າງຮີບຮ້ອນເພື່ອກໍາສະພາບການ ແລະສົມທົບກັນຜັນຂະຫຍາຍປະຕິບັດມາດຕະການປົກປ້ອງພົນລະເມືອງທີ່ຈໍາເປັນ.
    |
 |
|
ເຂດຄັນຄູກັນຄື້ນ Mikuni, ນະຄອນ Sakai, ແຂວງ Fukui, ຍີ່ປຸ່ນ. ພາບປະກອບ: ກົມສໍາເນົາຟີມຍີ່ປຸ່ນ. |
ຜ່ານການແລກປ່ຽນກັບອົງການທີ່ກ່ຽວຂ້ອງຂອງປະເທດປະຈໍາຖິ່ນ, ກໍາລັງປ້ອງກັນຝັ່ງທະເລແຂວງ Fukui ໃຫ້ຮູ້ວ່າ ໃນເວລາປະມານກວ່າ 2 ໂມງຂອງວັນທີ 21 ມີນາ ໄດ້ຮັບແຈ້ງຂ່າວກ່ຽວກັບອຸບັດຕິເຫດຍ້ອນຄື້ນໃຫຍ່ຢູ່ເຂດຄັນຄູກັນຄື້ນສູ່ປະພາຄານ Mikuni ເຮັດໃຫ້ບາງຄົນຖືກຄື້ນພັດລົງໄປໃນທະເລ.
ຝ່າຍຍີ່ປຸ່ນ ໄດ້ສົ່ງກໍາປັ່ນ ແລະເຮລີກອບເຕີ ໄປຍັງສະຖານທີ່ເກີດເຫດໃນທັນທີ່ ເພື່ອຜັນຂະຫຍາຍວຽກງານຊອກຫາ ແລະກູ້ຊີບ. ສະຖານທູດຫວຽດນາມ ໄດ້ຕິດຕໍ່ໂດຍກົງກັບພົນລະເມືອງທີ່ໄດ້ຮັບການກູ້ເອົາຊີວິດ ເພື່ອຊ່ວຍເຫຼືອ, ປົກປ້ອງຢ່າງທັນການ, ຮັບປະກັນບັນດາສິດ ແລະຜົນປະໂຫຍດອັນຊອບທໍາ, ຄົບຖ້ວນສໍາລັບພົນລະເມືອງຫວຽດນາມ. ປັດຈຸບັນ, ບັນດາອົງການທີ່ກ່ຽວຂ້ອງຂອງຍີ່ປຸ່ນ ພວມສືບຕໍ່ຊອກຫາ 3 ກໍລະນີທີ່ຫາຍສາບສູນ.
ກະຊວງການຕ່າງປະເທດຫວຽດນາມ ພວມຮີບຮ້ອນປະສານງານກັບອົງການທີ່ກ່ຽວຂ້ອງ, ອໍານາດການປົກຄອງທ້ອງຖິ່ນຂອງຍີ່ປຸ່ນ ແລະອົງການທີ່ກ່ຽວຂ້ອງພາຍໃນປະເທດ ເພື່ອສືບຕໍ່ຊຸກຍູ້ວຽກງານຊອກຫາກູ້ໄພຜູ້ຫາຍສາບສູນ ແລະດໍາເນີນການກວດກາຍາດຕິພີ່ນ້ອງຂອງຜູ້ຖືກເຄາະຮ້າຍ, ແຈ້ງໃຫ້ຄອບຄົວຜູ້ຖືກເຄາະຮ້າຍ ຮັບຊາບໂດຍໄວ ເພື່ອຜັນຂະຫຍາຍລະບຽບການທີ່ຈໍາເປັນກ່ຽວກັບການຈັດງານສົບຢ່າງທັນການ.
ສະຖານທູດຫວຽດນາມ ປະຈໍາຍີ່ປຸ່ນ ໃສ່ໃຈໃຫ້ພົນລະເມືອງທີ່ພວມເຮັດວຽກ, ດໍາລົງຊີວິດຢູ່ຍີ່ປຸ່ນ ບໍ່ອອກທະເລເມື່ອມີພາຍຸ, ບໍ່ໄປເຖິງບັນດາເຂດທີ່ມີການແຈ້ງເຕືອນມີຄື້ນໃຫຍ່, ລົມແຮງ, ພື້ນທີ່ອັນຕະລາຍ, ພິເສດແມ່ນໃນກາງຄືນ ເພື່ອຫຼີກລ້ຽງອຸບັດຕິເຫດທີ່ໜ້າເສຍດາຍທີ່ເກີດຂຶ້ນ.
ໂດຍ: ໄຊຊະນະ