ລາຍການປີນີ້ບໍ່ພຽງແຕ່ສືບຕໍ່ເນັ້ນໜັກເຖິງການນຳໃຊ້ພະລັງງານຢ່າງປະຢັດ ແລະມີປະສິດທິຜົນເທົ່ານັ້ນ, ຫາກຍັງມຸ່ງໄປເຖິງບາດກ້າວຫັນປ່ຽນສຳຄັນແມ່ນເປັນເຈົ້າການປ່ຽນແປງໃໝ່ປະດິດຄິດສ້າງໃນການນຳໃຊ້ພະລັງງານອີກດ້ວຍ. ຈາກການໝູນໃຊ້ເຕັກໂນໂລຢີ ແລະປ່ຽນແປງໃໝ່ການຄຸ້ມຄອງຈົນເຖິງການປ່ຽນແປງການກະທໍາຂອງຜູ້ບໍລິໂພກ, ແຕ່ລະມາດຕະການແກ້ໄຂໃນມື້ນີ້ ຈະປະກອບສ່ວນສ້າງຄຸນຄ່າທີ່ຍືນຍົງໃຫ້ອະນາຄົດ.

leftcenterrightdel
ທ່ານ ຫງວຽນຮວ່າງລອງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ກ່າວຄຳເຫັນທີ່ພິທີປຸກລະດົມ. ພາບ: vov.vn

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຮວ່າງລອງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ເນັ້ນໜັກວ່າ: “ຂ້າພະເຈົ້າຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ປະຊາຄົມວິສາຫະກິດ ແລະປະຊາຊົນໝົດທຸກຄົນ ສືບຕໍ່ຕັ້ງໜ້າສະໜັບສະໜູນ ແລະຜັນຂະຫຍາຍບັນດາມາດຕະການປະຢັດພະລັງງານໃນການເຄື່ອນໄຫວດຳລົງຊີວິດ; ຍູ້ແຮງການປ່ຽນແປງໃໝ່ເຕັກໂນໂລຊີ, ນຳໃຊ້ບັນດາມາດຕະການຄຸ້ມຄອງພະລັງງານທີ່ກ້າວໜ້າ; ຊຸກຍູ້ບັນດາຮູບແບບຜະລິດ ແລະບໍລິໂພກພະລັງງານຢ່າງມີປະສິດທິຜົນ; ສົ່ງເສີມການຫັນປ່ຽນພະລັງງານ… ຜ່ານນັ້ນ, ພວກເຮົາກໍ່ປະກອບສ່ວນສ້າງພື້ນຖານເສດຖະກິດທີ່ທັນສະໄໝ, ມີສະມັດຕະພາບສູງ ແລະ ພັດທະນາແບບຍືນຍົງ.”

ລາຍການ ໄດ້ຈັດການແຂ່ງຂັນແລ່ນເພື່ອຕອບສະໜອງ “ທົ່ວປວງຊົນນຳໃຊ້ພະລັງງານຢ່າງປະຢັດ, ມີປະສິດທິຜົນ ແລະຕອບສະໜອງບັ້ນຊົ່ວໂມງເພື່ອໜ່ວຍໂລກ 2026”.

ໂດຍ: ກວຽດເຕິມ