ກຳນົດລະບົບຄຸນຄ່າວັດທະນະທຳດຳເນີນທຸລະກິດຫວຽດນາມ ໃນໄລຍະໃໝ່
ກປ.ອອນໄລ - ບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ, ປະຊາຄົມວິສາຫະກິດຫວຽດນາມ ຕ້ອງກຳນົດແຈ້ງຄຸນຄ່າແກ່ນສານຂອງວິສາຫະກິດ.
ເວທີປາໄສແຫ່ງຊາດປະຈຳປີ “ວັດທະນະທຳກັບວິສາຫະກິດ” ປີ 2026 ດ້ວຍຫົວຂໍ້ “ວັດທະນະທຳກັບວິສາຫະກິດ” ປີ 2026 ດ້ວຍຫົວຂໍ້ “ວັດທະນະທຳດຳເນີນທຸລະກິດ ຫວຽດນາມ - ລະບົບຄຸນຄ່າໃໝ່ຈາກຈິນຕະນາການບຸກທະລຸຂອງມະຕິກອງປະຊຸມໃຫຍ່ຄັ້ງທີ 16 ຂອງພັກ” ໄດ້ຈັດຂຶ້ນໃນວັນທີ 21 ມີນາ, ຢູ່ ຮ່າໂນ້ຍ.
    |
 |
|
ທ່ານ ມາຍວັນຈິງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ເວທີປາໄສ. ພາບ: vovworld.vn |
ເວທີປາໄສລວມມີ 2 ວາລະ: “ລັດຖະບານສ້າງສັນ - ສ້າງລະບອບລະບຽບການມາດຕະຖານດຳເນີນທຸລະກິດໃໝ່ໃຫ້ສົມບູນແບບ” ສຸມໃສ່ປຶກສາຫາລືກ່ຽວກັບການສ້າງລະບອບລະບຽບການ, ກຳນົດຮູບແບບລະບົບຄຸນຄ່າວັດທະນະທຳດຳເນີນທຸລະກິດ ຫວຽດນາມ ໃຫ້ສົມບູນແບບ; “ວິສາຫະກິດກະທຳ - ແຜ່ກະຈາຍຄຸນຄ່າ ແລະຍົກລະດັບວິສາຫະກິດຫວຽດນາມ” ສຸມໃສ່ມາດຕະການແກ້ໄຂຕົວຈິງ ເພື່ອແນໃສ່ຫັນປ່ຽນບັນດາຄຸນຄ່າວັດທະນະທຳໃຫ້ກາຍເປັນມາດຕະຖານການກະທຳໃນການຄຸ້ມຄອງ ແລະພັດທະນາວິສາຫະກິດ.
ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ເວທີປາໄສ, ທ່ານ ມາຍວັນຈິງ, ຮອງນາຍົກລັດຖະມົນຕີຫວຽດນາມ ເນັ້ນໜັກວ່າ ເພື່ອຜັນຂະຫຍາຍວັດທະນະທຳວິສາຫະກິດ, ສ້າງຊຸດປະມວນຄຸນຄ່າວັດທະນະທຳດຳເນີນທຸລະກິດ ຫວຽດນາມ ໃຫ້ສົມບູນແບບ, ບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ, ປະຊາຄົມວິສາຫະກິດ ຫວຽດນາມ ຕ້ອງກຳນົດແຈ້ງຄຸນຄ່າແກ່ນສານຂອງວິສາຫະກິດ; ຕິດພັນວັດທະນະທຳວິສາຫະກິດກັບການຄຸ້ມຄອງທີ່ທັນສະໄໝ, ການຫັນເປັນດີຈີຕອນ, ໜ້າທີ່ຄວາມຮັບຜິດຊອບສັງຄົມ ແລະການພັດທະນາແບບຍືນຍົງ, ເຄື່ອງໝາຍການຄ້າແຫ່ງຊາດ.
ໂດຍ: ກວຽດເຕິມ