ສາກົນກ່າວເຕືອນຄວາມເຄັ່ງຕຶງພາກພື້ນ ຕາເວັນອອກກາງ ເພີ່ມຂຶ້ນ
ທ່ານ Antonio Guterres, ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ກ່າວປະນາມບັນດາການບຸກໂຈມຕີແນໃສ່ ອີຣານ.
ປະຕິລິຍາຕໍ່ບັນດາເຫດບຸກໂຈມຕີທາງອາກາດໂດຍ ອິດສະຣາແອັນ ແລະອາເມລິກາ ສົມທົບກັນຜັນຂະຫຍາຍແນໃສ່ ອີຣານ ພ້ອມກັບບັນດາການກະທຳໂຕ້ຕອບຂອງ ເຕເຮຣານ ໃນວັນທີ 28 ກຸມພາ, ໃນວັນດຽວກັນ, ຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນໄດ້ພ້ອມກັນອອກສຽງຮຽກຮ້ອງໃຫ້ທຸກຝ່າຍຈົ່ງລະງັບໃຈ, ເດີນຕາມມາດຕະການທາງການທູດ; ພ້ອມກັນນັ້ນ ກໍ່ກ່າວເຕືອນໄພຄວາມສ່ຽງສຳລັບສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນຕາເວັນອອກກາງ ເພີ່ມຂຶ້ນຢ່າງຮ້າຍແຮງ.
    |
 |
|
ຜູ້ຕາງໜ້າຫຼາຍປະເທດໄດ້ຮຽກຮ້ອງໃຫ້ຫຼຸດຜ່ອນຄວາມເຄັ່ງຕຶງທີ່ອາດຈະເພີ່ມຂຶ້ນອີກ. ພາບ: REUTERS |
ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມພິເສດສຸກເສີນໃນວັນທີ 28 ກຸມພາ ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ປະເທດ ອາເມລິກາ. ທີ່ກອງປະຊຸມ, ທ່ານ Antonio Guterres, ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ກ່າວປະນາມບັນດາການບຸກໂຈມຕີແນໃສ່ ອີຣານ, ກ່າວເຕືອນວ່າ ການກະທຳດ້ານການທະຫານຢູ່ ຕາເວັນອອກກາງ ອາດຈະກໍ່ໃຫ້ເກີດຜົນຕາມມາທີ່ບໍ່ສາມາດຄາດຄິດໄດ້, ຊ້ອນແຝງຄວາມສ່ຽງເກີດບັນດາເຫດການທີ່ບໍ່ມີຜູ້ໃດສາມາດຄວບຄຸມໄດ້ຢູ່ທີ່ເຂດຂາດຄວາມສະຖຽນລະພາບທີ່ສຸດໃນໂລກ.
ທີ່ກອງປະຊຸມ, ຜູ້ຕາງໜ້າຫຼາຍປະເທດໄດ້ຮຽກຮ້ອງໃຫ້ຫຼຸດຜ່ອນຄວາມເຄັ່ງຕຶງທີ່ອາດຈະເພີ່ມຂຶ້ນອີກ ແລະ ຢືນຢັນການເຄົາລົບກົດໝາຍສາກົນແມ່ນເງື່ອນໄຂຊີ້ຂາດໃຫ້ແກ່ຄວາມໝັ້ນຄົງຢ່າງຍາວນານຢູ່ພາກພື້ນ ຕາເວັນອອກກາງ ແລະ ໃນໂລກ.
ແຫຼ່ງຄັດຈາກ: vovworld.vn