ດ້ວຍການປະຕິບັດການຜ່າຕັດດ້ວຍ robot ກວ່າ 3.800 ຄັ້ງໃນຮອບເວລາ 10 ປີຜ່ານມາ ແລະ ບຳລຸງສ້າງ, ຖ່າຍທອດເຕັກໂນໂລຊີຜ່າຕັດດ້ວຍ robot ໃຫ້ຫຼາຍປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ໂຮງໝໍ ບິ່ງເຢິນ (ນະຄອນ ໂຮ່ຈີມິນ) ໄດ້ກຳນົດທິດໃຫ້ກາຍເປັນສູນບຳລຸງສ້າງການຜ່າຕັດດ້ວຍ robot ແຖວໜ້າໃຫ້ແກ່ບັນດາໂຮງໝໍພາຍໃນປະເທດ ແລະພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

leftcenterrightdel
ທ່ານຮອງສາດສະດາຈານ, ປະລິນຍາເອກ ທ່ານໝໍ ເຈິ່ນວິງຮືງ, ອຳນວນການໂຮງໝໍ ບິ່ງເຢິນ. ພາບ: baotintuc.vn

ນີ້ແມ່ນຄຳຢືນຢັນຂອງທ່ານຮອງສາດສະດາຈານ, ປະລິນຍາເອກ ທ່ານໝໍ ເຈິ່ນວິງຮືງ, ອຳນວນການໂຮງໝໍ ບິ່ງເຢິນ ໃນຕອນເຊົ້າວັນທີ 28 ກຸມພາ ທີ່ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນການເດີນທາງຂອງຂະແໜງປິ່ນປົວພາຍນອກ, ຕ້ອນຮັບຫຼຽນໄຊແຮງງານຊັ້ນ 2 ແລະເປີດນຳໃຊ້ຕຶກອາຄານໃຈກາງຂອງໂຮງໝໍ.

ໃນອະນາຄົດ, ໂຮງໝໍ ບິ່ງເຢິນ ໄດ້ກຳນົດທິດສ້າງໂຮງໝໍໃຫ້ກາຍເປັນໂຮງໝໍອັດສະລິຍະຜ່ານການຫັນເປັນດີຈີຕອນຢ່າງຮອບດ້ານ, ນຳໃຊ້ເຕັກໂນໂລຊີເພື່ອຫັນຂັ້ນຕອນການປິ່ນປົວໃຫ້ເປັນຢ່າງດີທີ່ສຸດ. ພິເສດ, ທາງໂຮງໝໍພວມມຸ່ງໄປເຖິງການສ້າງສູນຜ່າຕັດ ແລະບຳລຸງສ້າງ robot ແຫ່ງທຳອິດຢູ່ ຫວຽດນາມ, ຖ່າຍທອດເຕັກໂນໂລຊີໃຫ້ບັນດາທ່ານໝໍທີ່ຢູ່ພາຍໃນປະເທດ ແລະພາກພື້ນ.

ໂດຍ: ກວຽດເຕິມ