leftcenterrightdel
ສະຫະພັນຊາວໜຸ່ມນະຄອນໂຮ່ຈີມິນ ມອບຂອງຂວັນໃຫ້ແກ່ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກຢູ່ນະຄອນໂຮ່ຈີມິນ. ພາບ: qdnd.vn

ດ້ວຍວິທີການທີ່ຫຼາຍຮູບຫຼາຍແບບ, ແທດຈິງ, ແຕ່ຂັ້ນນະຄອນໂຮ່ຈີມິນ ເຖິງຂັ້ນຮາກຖານ ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວເອົາໃຈໃສ່ເບິ່ງແຍງດູແລໃຫ້ແກ່ເດັກນ້ອຍຕ້ອນຮັບບຸນເຕັດຢ່າງອົບອຸ່ນ, ເປັນຕົ້ນແມ່ນເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ, ເດັກນ້ອຍພິການ... ບັນດາໂຄງການເຊັ່ນ: ວັນບຸນ "ລະດູບານໃໝ່ແຫ່ງຄວາມສາມັກຄີ - ບຸນເຕັດແຫ່ງຄວາມເມດຕາ", ງານບຸນ "ບຸນເຕັດໃນບ້ານເກີດເມືອງນອນຂອງຂ້ອຍ"... ໄດ້ນຳເອົາບັນຍາກາດທີ່ຕ້ອນຮັບລະດູບານໃໝ່ທີ່ມີຄວາມໝາຍໃຫ້ແກ່ເດັກນ້ອຍຂອງນະຄອນ.

leftcenterrightdel
ຊາວໜຸ່ມອາສາສະໝັກເບິ່ງແຍງດູແລ, ສ້າງສະໜາມຫຼິ້ນໃຫ້ແກ່ເດັກນ້ອຍພິເສດຢູ່ໂຮງໝໍ. ພາບ: qdnd.vn
leftcenterrightdel
ມອບຂອງຂວັນບຸນເຕັດ, ລົດຖີບໃຫ້ແກ່ນັກຮຽນທີ່ຜ່ານຜ່າຄວາມຫຍຸ້ງຍາກ ແລະຮຽນເກັ່ງໃນບໍລິເວນຕາແສງບິ່ງເຢືອງ. ພາບ: qdnd.vn

ບັນດາໂຄງການໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ແລະບັນດາອົງການຈັດຕັ້ງທາງການເມືອງ-ສັງຄົມ, ສະມາຄົມສຳລັບເດັກກຳພ້າ, ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ, ປະກອບສ່ວນເຂົ້າໃນການແຜ່ຂະຫຍາຍຄຸນຄ່າມະນຸດສະທຳອັນດີງາມໃນຊຸມຊົນ.

ໂດຍ: ຈາງຫງວຽນ