leftcenterrightdel
ໂຮງໝໍຫຼາຍຂະແໜງ ທູດຶກຈະມອບຂອງຂວັນກວ່າ 5.200 ພູດໃຫ້ແກ່ຄົນເຈັບທີ່ປະສົບກັບຄວາມຫຍຸ້ງຍາກ. ພາບ: Vov.vn

ໃນຊຸມວັນໃກ້ຈະຮອດບຸນເຕັດ, ບັນດາໂຮງຮຽນຢູ່ນະຄອນໂຮ່ຈີມິນ ພ້ອມກັນຜັນຂະຫຍາຍກິດຈະກຳເບິ່ງແຍງດູແລຄົນເຈັບທຸກຍາກ, ຄົນເຈັບເປັນເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກຜ່ານບັນດາລາຍການສະຫວັດດີການ, ຄື: ຕະຫຼາດນັດ 0 ດົ່ງ, ມອບຂອງຂວັນ ແລະອັງເປົ້າຍາມຕົ້ນປີໃໝ່… ປະກອບສ່ວນສ້າງບັນຍາກາດບຸນເຕັດທີ່ອົບອຸ່ນໃນໂຮງໝໍ.

ຢູ່ໂຮງໝໍປະຊາຊົນຢາດິ່ງ, ວັນທີ 8 ກຸມພາ ໄດ້ດຳເນີນງານຕະຫຼາດນັດ 0 ດົງ - ລະດູບານໃໝ່ແຫ່ງຄວາມເມດຕາປານີ, ບຸນເຕັດແບ່ງປັນ” ທີ່ສະຫງວນໃຫ້ແກ່ຄົນເຈັບ 150 ຄົນທີ່ປະສົບກັບຄວາມຫຍຸ້ງຍາກ ແລະປະຊາຊົນ 50 ຄົນປະສົບກັບຄວາມຫຍຸ້ງຍາກໃນບໍລິເວນຕາແສງ ຢາດິ່ງ. ແຕ່ລະຄົນໄດ້ຮັບເຂົ້າຕະຫຼາດບຸນເຕັດ ທີ່ມີ 15 ຮ້ານວາງຂາຍສິນຄ້າດ້ວຍລາຄາ 0 ດົ່ງ, ທີ່ມີສິນຄ້າຈຳເປັນກວ່າ 20 ປະເພດ, ປະກອບສ່ວນນຳມາເຊິ່ງບັນຍາກາດລະດູບານໃໝ່ແຫ່ງຄວາມອົບອຸ່ນ, ແບ່ງປັນຢູ່ໂຮງໝໍ.

ຢູ່ໂຮງໝໍຫຼາຍຂະແໜງ ທູດຶກ, ລາຍການງານຕະຫຼາດນັດ 0 ດົ່ງຄັ້ງທີ 14 ໄດ້ຈັດຂຶ້ນໃນວັນທີ 8 ກຸມພາ, ສະໜອງບັນດາເຄື່ອງຂອງທີ່ຈຳເປັນ ແລະເຄື່ອງໃຊ້ໃນຊີວິດປະຈຳວັນ. ຢູ່ໂຮງໝໍເດັກ 2 ໄດ້ດຳເນີນບັນດາການເຄື່ອນໄຫວຢ້ຽມຢາມຖາມຂ່າວ ແລະມອບຂອງຂວັນໃຫ້ແກ່ເດັກນ້ອຍປະສົບກັບຄວາມຫຍຸ້ງພວມປິ່ນປົວຢູ່ໂຮງໝໍ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ