ບັນດາກິດຈະກຳເບິ່ງແຍງດູແລບຸນເຕັດໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກໃນທົ່ວປະເທດ ໄດ້ຈັດຂຶ້ນຢ່າງຟົດຟື້ນ
ກປ.ອອນໄລ - ບຸນປີໃໝ່ປະຈຳຊາດປີມະເມຍ 2026 ພວມໃກ້ວຽນມາຈະຮອດແລ້ວ, ໃນຊຸມວັນນີ້, ບັນດາກິດຈະກຳເບິ່ງແຍງດູແລບຸນເຕັດໃຫ້ແກ່ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກໃນບໍລິເວນບັນດາແຂວງ, ນະຄອນໃນທົ່ວປະເທດ ໄດ້ຈັດຂຶ້ນຢ່າງຟົດຟື້ນ.
    |
 |
|
ທ່ານ ເງາະຢຸຍຫ໋ຽວ ຮອງປະທານສະຫະພັນໃຫຍ່ແຮງງານຫວຽດນາມ ມອບຂອງຂວັນໃຫ້ແກ່ສະມາຊິກກໍາມະບານ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ. ພາບ: baothanhhoa.vn |
ວັນທີ 11 ກຸມພາ, ຢູ່ແຂວງ ແທັງຮວ໊າ, ທ່ານ ເງາະຢຸຍຫ໋ຽວ ຮອງປະທານສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ມອບຂອງຂວັນໃຫ້ແກ່ສະມາຊິກກໍາມະບານ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຢູ່ຕາແສງ ຖ້ຽວຮວ໊າ ລວມມີ ຂອງຂວັນ 130 ພູດ, ດ້ວຍຍອດມູນຄ່າ 169 ລ້ານດົ່ງ. ເນື່ອງໃນໂອກາດນີ້, ທ່ານນາງ ຈິ້ງທິຮວາ ຮອງປະທານສະຫະພັນແຮງງານແຂວງ ແທັງຮວ໊າ ໄດ້ມອບຂອງຂວັນ 58 ພູດຈາກແຫຼ່ງກອງທຶນຂອງສະຫະພັນແຮງງານແຂວງ ດ້ວຍຍອດມູນຄ່າ 75,4 ລ້ານດົ່ງ (2.903 USD) ໃຫ້ແກ່ສະມາຊິກກໍາມະບານ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ.
ໃນບໍລິເວນນະຄອນ ເກິ່ນເທີ, ຕອນບ່າຍວັນທີ 11 ກຸມພາ, ຄະນະກຳມະການປະຊາຊົນນະຄອນ ກໍ່ໄດ້ຈັດຄະນະໄປຢ້ຽມຢາມ, ອວຍພອນອາຍຸໃໝ່ບັນດາຜູ້ທີ່ມີອາຍຸ 100 ປີ ໃນບໍລິເວນຕາແສງ ຟອງດຽນ, ຢູ່ບັນດາສະຖານທີ່ນັດພົບ, ຄະນະປະຕິບັດງານໄດ້ລົງຢື້ຢາມຖາມຂ່າວ, ອວຍພອນ ແລະມອບບັດອວຍພອນອາຍຸໝັ້ນຂວັນຍືນຂອງປະທານປະເທດ ແລະມອບຂວັນລວມມີເງິນສົດ 1.300.000 ດົ່ງ (50USD), ຜ້າໄໝ 5ແມັດ ໃຫ້ແກ່ບັນດາຜູ້ມີອາຍຸສູງ.
ສ່ວນຢູ່ແຂວງ ດັກລັກ, ຕອນບ່າຍວັນທີ 11 ກຸມພາ, ຢູ່ສູນອຸປະກາລະສັງຄົມ ແລະ ເດັກນ້ອຍ (ພະແນກສາທາລະນະສຸກແຂວງ ດັກລັກ) ໄດ້ຈັດລາຍການ Gala ດ້ວຍຫົວຂໍ້ “ລະດູບານໃໝ່ແຫ່ງຄວາມຮັກແພງ - ບຸນເຕັດເຕົ້າໂຮມກັນ”. ລາຍການ ໄດ້ດຳເນີນດ້ວຍຫຼາຍກິດຈະກຳທີ່ມີຄວາມໝາຍ, ຄື: ຟ້ອນສິງໂຕຕ້ອນຮັບລະດູບານໃໝ່, ສະແດງສິລະປະ, ມອບຂອງວັນ ແລະ ອັງເປົາຍາມຕົ້ນລະດູບານໃໝ່ໃຫ້ແກ່ເດັກກຳພ້າ, ບໍ່ມີບ່ອນອາໄສ, ຜູ້ມີອາຍຸສູງຢູ່ໂດດດຽວ, ຄົນພິການ ຢູ່ສູນ ແລະເດັກນ້ອຍປະສົບກັບຄວາມຫຍຸ້ງຍາກໃນບໍລິເວນ.
ຢູ່ແຂວງກ໋ວາງຈິ, ໃນຊຸມວັນໃຫ້ຈະຮອດບຸນປີໃໝ່ປະຈຳຊາດປີມະເມຍ 2026, ມີຫຼາຍການເຄື່ອນໄຫວທຳການກຸສົນ, ເບິ່ງແຍງດູແລຊີວິດໃຫ້ແກ່ບັນດາຜູ້ດ້ອຍໂອກາດໄດ້ຮັບການຜັນຂະຫຍາຍດ້ວຍຫຼາຍຮູບແບບທີ່ອຸດົມສົມບູນ ແລະແທດຈິງ.
ໂດຍ: ກວຽດເຕິມ