ລາຍການບໍ່ພຽງແຕ່ແມ່ນກິດຈະກໍາເຄື່ອນໄຫວທາງດ້ານວັດທະນະທຳຈິດໃຈ ໃນຕົ້ນລະດູບານໃໝ່ເທົ່ານັ້ນ, ຫາກຍັງມີຄວາມໝາຍດ້ານການເມືອງອັນເລິກເຊິ່ງ, ປະກອບສ່ວນສຶກສາອົບຮົມມູນເຊື້ອ, ເພີ່ມພູນຄູນສ້າງຄວາມເອກອ້າງທະນົງໃຈໃຫ້ພະນັກງານ, ນັກຮົບທີ່ພວມປະຕິບັດໜ້າທີ່ທັງກາງເວັນ ແລະກາງຄືນ, ເວນຍາມກຽມພ້ອມສູ້ຮົບ ແລະຄຸ້ມຄອງເຂດນ່ານຟ້າທີ່ໄດ້ຮັບມອບໝາຍ.

leftcenterrightdel
ການແຂ່ງຂັນຫໍ່ເຂົ້າຕົ້ມ. ພາບ: qdnd.vn

ໃນລາຍການໄດ້ດໍາເນີນຫຼາຍກິດຈະກຳທີ່ຟົດຟື້ນມ່ວນຊື່ນ, ເຕັມໄປດ້ວຍສີສັນວັດທະນະທຳຂອງຊາດ, ເຊັ່ນ: ການປະດັບປະດາແທ່ນບູຊາ, ການແຂ່ງຂັນຫໍ່ເຂົ້າຕົ້ມ, ການຂຽນຄໍາກອນຄູ່ກ່ຽວກັບລະດູບານໃໝ່; ການລະຫຼິ້ນພື້ນເມືອງ... ໄປພ້ອມກັບການແຂ່ງຂັນແມ່ນລາຍການສະແດງສິລະປະ ໂດຍພະນັກງານ, ນັກຮົບ, ສະມາຊິກຊາວໜຸ່ມ ທີ່ມາຈາກບັນດາກົມກອງແຮກສ່ຽວສະແດງ.

leftcenterrightdel
 
leftcenterrightdel
ບັນດາການລະຫຼິ້ນພື້ນເມືອງໃນລາຍການ. ພາບ: qdnd.vn

ບັນດາບົດເພງ, ວາດຟ້ອນຍ້ອງຍໍຊົມເຊີຍພັກ, ລຸງໂຮ່, ບ້ານເກີດເມືອງນອນ, ມູນເຊື້ອຂອງທະຫານປ້ອງກັນອາກາດ-ທະຫານອາກາດ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ, ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີລະຫວ່າງທະຫານ ກັບປະຊາຊົນຢູ່ເຂດທີ່ກົມກອງຕັ້ງທັບ.

ຜ່ານລາຍການດັ່ງກ່າວ, ສາຍພົວພັນສະໜິດສະໜົມລະຫວ່າງກົມກອງກັບຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນທ້ອງຖິ່ນສືບຕໍ່ໄດ້ຮັບການປັບປຸງ ແລະເພີ່ມພູນຄູນສ້າງ.

leftcenterrightdel
ການແຂ່ງຂັນຂຽນຄໍາກອນຄູ່ກ່ຽວກັບລະດູບານໃໝ່. ພາບ: qdnd.vn

ນີ້ກໍ່ແມ່ນໂອກາດເພື່ອໃຫ້ກອງພັນໃຫຍ່ລູກສອນໄຟ 282   ແຜ່ຂະຫາຍພາບພົດນັກຮົບປ້ອງກັນອາກາດ ທີ່ມີຄວາມກ້າຫານ, ຄວາມຮັບຜິດຊອບ, ຕິດແທດກັບປະຊາຊົນ, ເຄົາລົບນັບຖືປະຊາຊົນ, ເພື່ອປະຊາຊົນຮັບໃຊ້; ປຸກລຸກບັນຍາກາດແຫ່ງການແຂ່ງຂັນອັນຟົດຟື້ນ,  ຕັດສິນໃຈປະຕິບັດສຳເລັດໜ້າທີ່ຢ່າງດີເດັ່ນໃນໂອກາດບຸນປີໃໝ່ປະຈໍາຊາດ ປີມະເມຍ 2026.

ໂດຍ: ທູຈາງ