leftcenterrightdel
ມີ​ກຳ​ມະ​ກອນ​ນັບ​ພັນ​ຄົນ ຕ້ອງ​ເຮັດ​ວຽກ​ຕະຫຼອດ​ບຸນ​ເຕັດຢູ່​ສະ​ຖານ​ທີ່​ກໍ່​ສ້າງ APEC ຝຸກວັກ. ພາບ:​ vov.vn

ໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເມຍ 2026, ຢູ່ບັນດາກິດຈະກຳກໍ່ສ້າງ APEC ເຂດພິເສດ ຝຸກວັກ, ແຂວງກຽນຢາງ, ມີກຳມະກອນນັບພັນຄົນຍັງເຮັດວຽກ, ກໍ່ສ້າງຕະຫຼອດບຸນເຕັດຢູ່ສະຖານທີ່ກໍ່ສ້າງ, ດ້ວຍຄວາມຕັດສິນໃຈຢ່າງສູງໃນການຮັບປະກັບຄວາມຄືບໜ້າຂອງບັນດາໂຄງການຈຸດສຸມເພື່ອຮັບໃຊ້ APEC 2027. ໂຄງການລົງທຶນເປີດກວ້າງທ່າອາກາດສະຍານສາກົນຝຸກວັກ, ໜຶ່ງໃນບັນດາໂຄງການຈຸດສຸມແຫ່ງຊາດເພື່ອຮັບໃຊ້ APEC 2027, ໄດ້ຮຽກຮ້ອງຄວາມຄືບໜ້າທີ່ເຂັ້ມງວດເມື່ອຕ້ອງກໍ່ສ້າງສຳເລັດໃນວັນທີ 31 ທັນວາ 2026 ເພື່ອບັນລຸໄດ້ຜົນສຳເລັດທີ່ມະຫັດສະຈັນໃນການກໍ່ສ້າງຂົງເຂດການບິນ. ດັ່ງນັ້ນ, ໃນໄລຍະພັກບຸນປີໃໝ່ປະຈຳຊາດ, ໂຄງການຍັງສືບຕໍ່ກໍ່ສ້າງຄືປົກກະຕິໂດຍມີກຳມະກອນເກືອບ 1450 ຄົນ, ພະນັກງານເຕັກນິກ, ພະນັກງານຂອງຜູ້ຮັບເໝົາ, ທີ່ປຶກສາຕິດຕາມໂຄງການ ແລະຄະນະຄຸ້ມຄອງໂຄງການ 150 ຄົນ.

ແຫຼ່ງຄັດຈາກ: vovworld.vn