ໃນບັນຍາກາດອັນອົບອຸ່ນ, ຄະນະປະຈຳພັກແຂວງ ໄດ້ພົບປະແລກປ່ຽນ, ຢ້ຽມຢາມຖາມຂ່າວສະພາບການຕ້ອນຮັບບຸນປີໃໝ່, ວຽກງານກຽມພ້ອມສູ້ຮົບຂອງທະຫານ ແລະປະຊາຊົນຢູ່ບັນດາເກາະແຫ່ງຕ່າງໆ. ສະຫາຍ ງຽມຊວນແທັ່ງ, ກຳມະການສູນກາງພັກ, ເລຂາພັກແຂວງ ແຄ໊ງຮວ່າ ໄດ້ໂອ້ລົມກັບສະຫາຍພັນໂທ ຫງວຽນຮຸຍເຕືອງ, ຫົວໜ້າການທະຫານ ເກາະ.

leftcenterrightdel
ການນຳແຂວງ ແຄ໊ງຮວ່າ ມອບຂອງຂວັນໃຫ້ແກ່ຄອບຄົວຍາດຕີພີ່ນ້ອງຂອງພະນັກງານ, ນັກຮົບ, ລັດຖະກອນ ແລະຄອບຄົວພວມປະຕິບັດງານຢູ່ ເຈື່ອງຊາ.

ພິເສດ, ຜູ້ຊົມ ລ້ວນແຕ່ປະທັບໃຈເມື່ອເຫັນປະຈັກຕາການໂອ້ລົມທີ່ຕື້ນຕັນໃຈລະຫວ່າງຄອບຄົວເອື້ອຍ ເລທິກິມທິ ພວມອາໄສຢູ່ເກາະ ກັບພີ່ນ້ອງຢູ່ດິນຕໍ່ແຜ່ນ. ເຊື່ອມຕໍ່ທາງໄກກັບເກາະ ດ໊າໄຕ, ສະຫາຍ ເຈິ່ນຟອງ, ກຳມະການສູນກາງພັກ, ປະທານຄະນະກຳມະການປະຊາຊົນແຂວງ ແຄ໊ງຮວ່າ ໄດ້ຢ້ຽມຢາມຖາມຂ່າວສະຫາຍພັນໂທ ເຈິ່ນວັນຟຸກ, ຫົວໜ້າການທະຫານ ເກາະ ແລະໂອ້ລົມກັບສິບຕີ ຟານວັນແທັງ, ນັກສຶກສາມະຫາວິທະຍາໄລ ຍາຈາງ ສະໝັກໃຈເຂົ້າເປັນທະຫານ. ການໂອ້ລົມຍິ່ງມີຄວາມໝາຍ ເມື່ອມີການເຂົ້າຮ່ວມຂອງພໍ່ແມ່ສິບຕີ ຟານວັນແທັ່ງ ຢູ່ຈຸດເຊື່ອມຕໍ່ດິນຕໍ່ແຜ່ນ...

ໂດຍ: ແສງເດືອນ